ຈັບຜູ້ລະເມີດລິຂະສິດ ພຣີເມ່ຍລີກ ອັງກິດ ຕິດຄຸກ 3-11 ປີ

ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ຕຳຫລວດອັງກິດ ໄດ້ຈັບຜູ້ລະເມີດລິຂະສິດ ການຖ່າຍທອດສົດ ເຕະບານ ພຣີເມ່ຍລີກ ອັງກິດ ເຊິ່ງເປັນຊາຍ 5 ຄົນ ທຳການລະເມີດລິຂະສິດດ້ວຍການຮັບລິ້ງສັນຍານ ມາກະຈາຍຕໍ່ຫາລາຍໄດ້ຜ່ານແອັບພີເຄຊັ່ນທາງມືຖື ແລະ ສະມາດທີວີ ໃນລະຫວ່າງປີ 2016-2021 ໂດຍສ້າງລາຍໄດ້ຫລາຍກວ່າ 7 ລ້ານປອນ.

ຜູ້ລະເມີດທັງ 5 ຄົນ ຖືກລົງໂທດຕມລະບຽບກົດໝາຍ ໂດຍ 1 ຄົນ ທີ່ເປັນຫົວໜ້ານຳທີມ ຕິດຄຸກຕິດຄຸກ 11 ປີ, ອີກ 4 ຄົນ ຖືກລົງໂທດຕິດຄຸກ 3-5 ປີ.

Photo: Manchester City

Leave a Reply

Your email address will not be published. Required fields are marked *