ຕາມຄາດ! ເປບ ກົວດີໂອລ້າ ໄດ້ລາງວັນຜູ້ຈັດການທີມດີເດັ່ນຂອງ ພຣີເມ່ຍລີກ ລະດູການ 2022-23

ເປບ ກົວດີໂອລ້າ ຜູ້ຈັດການທີມຊາວແອັສປາຍ ໄວ 52 ປີ ໄດ້ລາງວັນຜູ້ຈັດການທີມດີເດັ່ນຂອງ ພຣີເມ່ຍລີກ ລະດູການ 2022-23 ຕາມຄາດໝາຍ ພາຍຫລັງພາ ແມນເຊັສເຕີ ຊິຕີ້ ແຊງ ອາຣເຊນໍລ ຄອງແຊ້ມລີກສູງສຸດ 3 ລະດູການຕິດຕໍ່ກັນ ເອົາຊະນະ ມິເກວ ອາຣເຕຕ້າ (ອາຣເຊນໍລ), ໂຣແບໂຕ້ ເດີ ແຊບີ້ (ໄບຣຕັ້ນ), ອູໄນ ເອເມຣີ້ (ແອັສຕັນ ວິນລ້າ), ແອັດດີ້ ຮາວ (ນິວຄາສເຊິນ) ແລະ ມາຣໂກ ຊິນວາ (ຟູແລ່ມ).

ເປບ ກົວດີໂອລ້າ ໄດ້ລາງວັນນີ້ ເປັນຄັ້ງທີ 4 ຕໍ່ຈາກລະດູການ 2017–18, 2018–19 ແລະ 2020–21 ຫລາຍສຸດອັນດັບສອງຮອງຈາກ ເຊີ ອາເລັກ ເຟີກູສັນ ທີ່ໄດ້ຫລາຍສຸດ 11 ຄັ້ງ.

ລະດູການນີ້ ເປບ ກົວດີໂອລ້າ ຍັງມີໂອກາດພາ ແມນຊິຕີ້ ໄດ້ 3 ຫລື Treble ເໝືອນກັບ ເຊີ ອາເລັກ ເຟີກູສັນ ທີ່ເຄີຍພາ ແມນຢູ ເຮັດໄດ້ ໃນປີ 1999, ຕອນນີ້ ໄດ້ມາແລ້ວ 1 ແຊ້ມຄື: ພຣີເມ່ຍລີກ, ອີກສອງແຊ້ມທີ່ເຂົ້າຊິງແມ່ນ: ເອັຟເອຄັບ ພົບ ແມນຢູ ແລະ ຢູຟ້າ ແຊ້ມປ້ຽນລີກ ພົບ ອິນເຕີ ມິລານ.

Photo: Manchester City

Leave a Reply

Your email address will not be published. Required fields are marked *