ການແຂ່ງຂັນເຕະບານ ຮຸ່ນອາຍຸບໍ່ເກີນ 20 ປີ ຫລື U20 ຊິງແຊ້ມໂລກ 2023 ທີ່ປະເທດອາກຊັງຕິນ, ການແຂ່ງຂັນຮອບ 16 ທີມສຸດທ້າຍ 2 ຄູ່ທຳອິດໃນວັນທີ 30 ພຶດສະພານີ້, ສະຫະລັດ ອາເມຣິກາ ແຊ້ມຂົງເຂດຄອນຄາເຄັຟ ຄັ້ງຫລ້າສຸດ ຟອມດີຕໍ່ເນື່ອງ ໄລ່ຕ້ອນເອົາຊະນະ ນິວຊີແລນ (ນູແວນເຊລັງ) ແຊ້ມຂົງເຂດຊີເນຍ (ໂອເຊອານີ້) 4-0 ຄວ້າໄຊ 4 ນັດລວດ ໂດຍບໍ່ເສຍປະຕູ ເຂົ້າຮອບ 8 ທີມສຸດທ້າຍ ລໍຖ້າພົບກັບຜູ້ຊະນະລະຫວ່າງ ແກມເບຍ (ກຳບີ້) ຫລື ອູຣູໄກວ.
ຂະນະທີ່ ອິດສະຣາແອນ ນ້ອງໃໝ່ ຮອງແຊ້ມເອີຣົບ ຄັ້ງຫລ້າສຸດ ເອົາຊະນະ ອຸດສະເບກິດສະຖານ ແຊ້ມອາຊີ ແບບຫວຸດວິດ 1-0 ໄດ້ປະຕູໄຊ ນາທີ 90’+7 ຮອບ 8 ທີມສຸດທ້າຍ ລໍຖ້າພົບກັບຜູ້ຊະນະລະຫວ່າງ ເບຣຊິນ ຫລື ຕູນີຊີ້.
ສຳລັບວັນທີ 31 ພຶດສະພານີ້ ຈະມີແຂ່ງຂັນຮອບ 16 ທີມສຸດທ້າຍ 4 ຄູ່: ໂຄໂລມບີ້ ພົບ ສະໂລວັກ, ເບຣຊິນ ພົບ ຕູນີຊີ້ ແຂ່ງພ້ອມກັນ ເວລາ 19:30 ອາກຊັງຕິນ ເຈົ້າພາບ ພົບ ນິເຊຣີ້ ແລະ ອັງກິດ ພົບ ອີຕາລີ ແຂ່ງພ້ອມກັນ ເວລາ 23:00. ຊົມການຖ່າຍທອດສົດໄດ້ທາງເວັບໄຊ້ FIFA Plus.
Photo: U.S. Soccer