ບົດສະຫລຸບ ລີກສູງສຸດຂອງເນເທີແລນ ເຟເຢນູດ ຄວ້າແຊ້ມໃນຮອບ 6 ປີ

ເອເຣດີວີຊີ້ ລີກສູງສຸດຂອງເນເທີແລນ ຫລື ໂຮນລັງ ລະດູການ 2022-23 ຈົບການແຂ່ງຂັນ 34 ນັດ, ເຟເຢນູດ ເປັນແຊ້ມສະໄໝທີ 16 ໃນຮອບ 6 ປີ ມີ 82 ຄະແນນ ຈາກ 34 ນັດ ເອົາຊະນະອັນດັບສອງ ພີເອັສວີ ໄອໂຮເຟັ້ນ 7 ຄະແນນ, ເຟເຢນູດ ຄວ້າສິດໄປ ຢູຟ້າ ແຊ້ມປ້ຽນລີກ ຮອບແບ່ງກຸ່ມລະດູການໜ້າ, ຂະນະທີ່ ພີເອັສວີ ໄດ້ໄປ ແຊ້ມປ້ຽນລີກ ຮອບຄັດເລືອກຮອບ 3.

ສ່ວນອັນດັບ 3 ອາແຈັກ ທີ່ເປັນແຊ້ມເກົ່າລະດູການຜ່ານມາ ໄດ້ໄປຫລິ້ນ ຢູໂຣປ້າລີກ ຮອບເພອັອຟ, ທີ 4 ເອແຊັດ ອັກມ້າ ໄດ້ໄປຫລິ້ນ ຄອນເຟີເຣັນລີກ ຮອບຄັດເລືອກຮອບ 3, ສຳລັບ ອັນດັບ 5-8 ເອັຟຊີ ທະເວັນເຕ້, ສະປາຕ້າ ຣັອດເຕີດຳ, ອູເທັດ ແລະ ຮີເຣັນວີນ ໄປເພອັອຟ ເພື່ອຊິງໂຄຕ້າໄປ ຄອນເຟີເຣັນລີກ ຮອບຄັດເລືອກຮອບ 2.

ສ່ວນທີມຕົກຊັ້ນແມ່ນ: ໂກນິງເກັ້ນ ແລະ ແຄມເບີ້, ເອັມເມັ້ນ ໄປເພອັອຟໜີຕົກຊັ້ນກັບທີມອັນດັບສາມລີກອັນດັບສອງຂອງປະເທດ.

ດາວຍິງສູງສຸດເປັນຂອງ ຊາບີ້ ຊີມ້ອນ ກອງກາງຊາວໂຮນລັງ ຈາກພີເອັສວີ ແລະ ອານັສຕາຊີອັອສ ດູວີກັສ ກອງໜ້າຊາວເກັກ ຈາກອູເທັດ ຍິງ 19 ປະຕູເທົ່າກັນ, ຜູ້ສົ່ງບານໃຫ້ເພື່ອນຍິງປະຕູຫລາຍສຸດ ຫລື ແອັສຊິດແມ່ນ ດູຊານ ທາດິກ ກອງກາງຊາວແຊັກບີ້ ຈາກອາແຈັກ 18 ຄັ້ງ ແລະ ຜູ້ຮັກສາປະຕູດີເດັ່ນ ເສຍປະຕູໜ້ອຍສຸດໄດ້ແກ່ ລາສ ອັນເນີສະຕໍ ຊາວເຢຍລະມັນຈາກ ທະເວັນເຕ້ ບໍ່ເສຍປະຕູ 15 ນັດ.

Photo: Eredivisie

Leave a Reply

Your email address will not be published. Required fields are marked *