ເມັສຊີ້ ນຳທັບທີມຊາດອາເຈນຕິນ້າ ດວນກັບ ທີມຊາດອິນໂດເນເຊຍ ແລະ ອົດສະຕຣາລີ ອຸ່ນເຄື່ອງເດືອນມິຖຸນານີ້

ທີມຊາດອາເຈນຕິນ້າ (ອາກຊັງຕິນ) ແຊ້ມໂລກຄັ້ງຫລ້າສຸດ ທັງເປັນເບີ 1 ຂອງໂລກໃນປັດຈຸບັນ ຄູຝຶກ ລີໂອເນວ ສະກາໂລນີ້ ໄດ້ປະກາດຂຸນພົນກຽມອຸ່ນເຄື່ອງ 2 ນັດ ໃນເດືອນມິຖຸນາ 2023 ນີ້ ທີ່ຈະພົບກັບ ທັບຈິງໂຈ້ ທີມຊາດອົດສະຕຣາລີ ໃນວັນທີ 15 ມິຖຸນາ ທີ່ນະຄອນຫລວງປັກກິ່ງ ປະເທດຈີນ ແລະ ພົບກັບ ທີມຊາດອິນໂດເນເຊຍ ວັນທີ 19 ມິຖຸນາ ທີ່ນະຄອນຫລວງຈາກາຕ້າ ປະເທດອິນໂດເນເຊຍ.

ນັກກິລາຊຸດນີ້ ນຳໂດຍ ຫົວໜ້າທີມ ລີໂອເນວ ເມັສຊີ້ ຈາກສະໂມສອນ ປາຣີ ແຊັງແຊກແມັງ ພ້ອມກັນນີ້ ຕຳແໜ່ງກອງໜ້າຍັງມີ ອັງເຄວ ດີມາເຣຍ ຈາກຢູເວັນຕຸສ, ຢູລຽນ ອາວວາເຣັຊ ຈາກແມນຊິຕີ້, ອາເລຮັນໂດ ການາໂຊ້ ຈາກແມນຢູ ຕິດທີມຊຸດໃຫຍ່ຄັ້ງທຳອິດ.

ຕຳແໜ່ງກອງກາງນຳໂດຍ: ອາເລັກຊິສ ແມັກອາລິສເຕີ ຈາກໄບຣຕັ້ນ, ເອັນໂຊ້ ແຟນັນເດັຊ ຈາກເຊວຊີ, ໂຣດີໂກ້ ເດີພໍລ ຈາກແອັດມາດຣິດ ແລະ ລູຄັສ ໂອແຄມໂປສ ຈາກເຊບີຢ້າ.

ກອງຫລັງນຳໂດຍ: ມາຣຄັສ ອາກູນ້າ ຈາກເຊບີຢ້າ, ນາອູເອວ ໂມລີນ້າ ຈາກແອັດມາດຣິດ, ຄຣິສຕຽນ ໂຣເມໂຣ້ ຈາກສະເປີ ແລະ ນິໂຄລາສ ໂອຕາເມັນດີ້ ຈາກເບັນຟີກ້າ.

ຜູ້ຮັກສາປະຕູ: ເອມີເລຍໂນ້ ມາຣຕີເນັຊ ຈາກແອັສຕັນ ວິນລ້າ, ຣູລີ້ ຈາກອາແຈັກ ແລະ ວໍເຕີ ເບນີເຕັຊ ຈາກພີເອັສວີ ໄອໂຮເຟັ້ນ.

Photo: AFA – Selección Argentina

Leave a Reply

Your email address will not be published. Required fields are marked *