ລູເຊຍໂນ້ ສະປາວເລັດຕິ ຄູຝຶກຊາວອີຕາລີ ໄວ 64 ປີ ຢືນຢັນຈະອຳລາ ນາໂປລີ ຫລັງຈົບລະດູການນີ້ ພາຍຫລັງພາທີມຄວ້າແຊ້ມ ເຊຣີອາ ໃນຮອບ 33 ປີ ໂດຍໃຫ້ເຫດຜົນວ່າ: ຕົນເອງຕ້ອງການພັກຜ່ອນ ພາຍຫລັງທຳງານໜັກນັບຕັ້ງແຕ່ມາຢູ່ກັບ ນາໂປລີ ໃນທ້າຍເດືອນພຶດສະພາ ປີ 2021, ຂະນະທີ່ ປະທານສະໂມສອນ ກໍເຄົາລົບກັບການຕັດສິນໃຈຂອງ ສະປາວເລັດຕິ.
ລະດູການນີ້ ລູເຊຍໂນ້ ສະປາວເລັດຕິ ນອກຈາກພາ ນາໂປລີ ໄດ້ແຊ້ມລີກສູງສຸດໃນຮອບ 33 ປີ ຍັງພາທີມສ້າງປະຫວັດສາດເຂົ້າຮອບ 8 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ. ສ່ວນຄູຝຶກໃໝ່ ນາໂປລີ ສົນໃຈ ລຸຍ ເອັນຣີເກ້ ອາດີດຄູຝຶກບາຣເຊໂລນ້າ ແລະ ທີມຊາດແອັສປາຍ.
Photo: SSC Napoli