ຈຸດ ເບວລິ້ງແຮມ ກາຍເປັນນັກເຕະບານຊາວອັງກິດ ຄົນທຳອິດ ໄດ້ລາງວັນນັກເຕະດີເດັ່ນຂອງ ບຸນເດັສລີກ້າ ເຢຍລະມັນ ລະດູການ 2022-23 ພາຍຫລັງສ້າງຜົນງານໄດ້ຢ່າງພົ້ນເດັ່ນ ຍິງ 8 ປະຕູ 5 ແອັສຊິດ ຈາກ 31 ນັດ ຊ່ວຍຕົ້ນສັງກັດ ໂບຣຸສເຊຍ ດັອດມຸນ ຈົບອັນດັບ 2 ເກືອບເປັນແຊ້ມໃນຮອບ 11 ປີ ໂດຍເສຍປຽບ ບາເຢິນ ມີວນິກ ທີມແຊ້ມພຽງປະຕູໄດ້ເສຍ ຈົບລະດູການດ້ວຍຄະແນນເທົ່າກັນ.
ພ້ອມກັນນີ້ ກອງກາງທີມຊາດອັງກິດ ໄວ 19 ປີ ກໍຕິດທີມດີເດັ່ນຂອງ ບຸນເດັສລີກ້າ 2 ລະດູການຕິດຕໍ່ກັນ. ຂະນະນີ້ ຈຸດ ເບວລິ້ງແຮມ ມີຂ່າວພົວພັນກັບຫລາຍທີມໃຫຍ່ໃນເອີຣົບ ເປັນຕົ້ນ ຣຽວ ມາດຣິດ, ແມນເຊັສເຕີ ຊິຕີ້ ແລະ ລີເວີພູລ ເຊິ່ງຄ່າໂຕອາດແຕະຫລັກ 100 ລ້ານເອີໂຣ.
Photo: Borussia Dortmund