ທີມຊາດລາວ U20 ຊະນະ ກວມ ຕາມເປົ້າໝາຍ! ແຕ່ ໄມເຄິນ ໄວສ໌ ຍອມຮັບເກມນັດນີ້ ຍັງມີຫລາຍຈຸດທີ່ຕ້ອງປັບແກ້ ຫາກຕ້ອງການມີຄະແນນນັດຈະພົບກັບ ຍີ່ປຸ່ນ, ເຢເມັນ ແລະ ປາເລັສຕິນ

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຊິງແຊ້ມອາຊີ 2023 ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບ ໃນລະຫວ່າງວັນທີ 10-18 ກັນຍາ 2022 ທີ່ສະໜາມກິລາແຫ່ງຊາດ ຫລັກ 16, ການແຂ່ງຂັນ ນັດທີ 1 ວັນທີ 10 ກັນຍານີ້ U20 ປີ ທີມຊາດລາວ ພົບກັບ U20 ເກາະກວມ ທາມກາງຜູ້ຊົມ 6000 ກວ່າຄົນ ແລະ ມີສາຍຝົນລົບກວນ.

ທີມຊາດລາວ ຄອງບານເດີນເກມບຸກພັບສະໜາມຕັ້ງຕົ້ນເກມ ສ້າງໂອກາດຍິງປະຕູຫລາຍຄັ້ງ ແລະ ມາປະສົບຜົນສຳເລັດໃນນາທີ 31′ ຈາກ: ອານັນຕະຊາ ສີພົງພັນ ກອງຫລັງຈາກເອສຣາ ພາບານຜ່າເກມຮັບຂອງກວມ ຍິງປະຕູປົດລັອກໃຫ້ທີມຊາດລາວ, ຈາກນັ້ນ 8′ ນາທີຕໍ່ມາ ທີມຊາດລາວ ມາໄດ້ປະຕູທີສອງຈາກ: ຈັນທະວີໄຊ ຂຸນທຸມພອນ ກອງກາງຫົວໜ້າທີມຈາກ ຈຳປາສັກ ຍິງຟຣີຄິກສຸດງາມ ນາທີ 39′ ຈົບເຄິ່ງເວລາທີໜຶ່ງ U20 ປີ ທີມຊາດລາວ ຂຶ້ນນຳ U20 ເກາະກວມ 2-0.

ມາເຄິ່ງຫລັງ ໄມເຄິນ ໄວສ໌ ປັບປ່ຽນເອົາຕົວສຳຮອງລົງມາ ເພື່ອພັກຕົວຫລັກໄວ້ດວນກັບ ຍີ່ປຸ່ນ ນັດຕໍ່ໄປ ເຊິ່ງທີມຊາດລາວ ຍັງເປັນຝ່າຍຄອງບານຫລາຍກວ່າ ກວມ ຊັດເຈນ ແຕ່ເຈາະປະຕູເພີ່ມລຳບາກ ເນື່ອງຈາກ ກວມ ຍັງຕັ້ງເກມຮັບໄດ້ຢ່າງດີ ຢ່າງໃດກໍຕາມ ທ້າຍເກມ ທີມຊາດລາວ ມາໄດ້ປະຕູເພີ່ມອີກໜຶ່ງໜ່ວຍຈາກຕົວສຳຮອງ ອາທິດ ຫຼວງລາດ ອີກໜຶ່ງນັກເຕະຈາກ ເອສຣາ ນາທີ 88′ ຈົບເກມ U20 ປີ ທີມຊາດລາວ ເອົາຊະນະ U20 ເກາະກວມ 3-0.

ຫລັງເກມ ທ່ານ ໄມເຄິນ ໄວສ໌ ຄູຝຶກທີມຊາດລາວຊາວເຢຍລະມັນ ກ່າວວ່າ: ການຊະນະ ກວມ ແມ່ນໄດ້ຕາມເປົ້າໝາຍທີ່ວາງໄວ້ ແຕ່ໜ້າເສຍດາຍ ທີມຊາດລາວ ໜ້າຈະຍິງປະຕູຫລາຍກວ່ານີ້ ແລະ ຄວນໄດ້ 6-7 ໜ່ວຍ, ນັດນີ້ ນັກເຕະຍັງຂາດຄວາມຄົມໃຫ້ການຍິງປະຕູ, ລວມທັງການຕໍ່ບານປະສານງານກັນລະຫວ່າງນັກກິລາ ຍັງຂາດເກີນ ຫລາຍຈັງຫວະເລັ່ງຟ້າວເກີນໄປ ຈົນຂາດຄວາມແມ້ນຢຳ, ຖ້າເປັນແບບນີ້ ການພົບກັບຄູ່ຕໍ່ສູ້ນັດຕໍ່ໆໄປເຊັ່ນ: ຍີ່ປຸ່ນ, ເຢເມັນ ແລະ ປາເລັສຕິນ ຍາກທີ່ຈະມີຄະແນນ, ຕ້ອງໄປປັບແກ້ດ່ວນ ໂດຍສະເພາະການພົບກັບ ຍີ່ປຸ່ນ ທີມເຕັງແຊ້ມກຸ່ມນີ້ ເປັນງານທີ່ໜັກແນ່ນອນ.

+ ສ່ວນຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ເຢເມັນ ເຫລືອຜູ້ຫລິ້ນ 10 ຄົນ ຕາມຫລັງ ປາເລັສຕິນ ກ່ອນ 0-2 ແຕ່ສາມາດໄລ່ຕີສະເໝີ ປາເລັສຕິນ 2-2.

U20 ປີ ທີມຊາດລາວ ຂຶ້ນນຳ ກຸ່ມ C ຊົ່ວຄາວ ມີ 3 ຄະແນນ, ຂະນະທີ່ ເຢເມັນ ແລະ ປາເລັສຕິນ ມີ 1 ຄະແນນ, ຍີ່ປຸ່ນ ຍັງບໍ່ທັນໄດ້ລົງແຂ່ງຂັນ, ນັດຕໍ່ໄປ ທີມຊາດລາວ ຈະພົບກັບ ທັບຊາມູໄຣ ທີມຊາດຍີ່ປຸ່ນ ໃນວັນທີ 12 ກັນຍານີ້ ເວລາ 19:00, ອີກໜຶ່ງຄູ່ ກວມ ພົບ ປາເລັສຕິນ ແຂ່ງເປັນຄູ່ທຳອິດ ເວລາ 16:00 ທັງສອງຄູ່ແຂ່ງຂັນທີ່ສະໜາມກິລາແຫ່ງຊາດ ຫລັກ 16. ໂທລະພາບແຫ່ງຊາດລາວ ຊ່ອງ 3 ຖ່າຍທອດສົດທຸກນັດຂອງທີມຊາດລາວ.

ສ່ວນຜົນການແຂ່ງຂັນກຸ່ມອື່ນໆ ທີ່ຄັດເລືອກພ້ອມກັນ ກຸ່ມ A ຄັດເລືອກທີ່ຊາອຸດິອາຣາເບຍ, ຈີນ ຊະນະ ມຽນມາ 3-1, ອຸສເບກິສຖານ ຊະນະ ເມົາດິຟ 7-0. ກຸ່ມ B ຄັດເລືອກທີ່ ບາເຣນ, ບາເຣນ ເຈົ້າພາບ ສະເໝີກັບ ບັງຄະລາເທດ 0-0 ແລະ ບູຖານ ຊະນະ ເນປານ 2-0, ກຸ່ມ D ຄັດເລືອກທີ່ ຈໍແດນ (ຊັອກດານີ້), ຊີເຣຍ (ຊີຣີ) ຊະນະ ໄຕ້ຫວັນ 1-0 ແລະ ຕວກເມນິສຖານ ຊະນະ ນັອດເທິນ ມາເຣຍນ້າ 7-0. ສ່ວນກຸ່ມ E, F, G, H, I ແລະ J ຈະເລີ່ມແຂ່ງຂັນວັນທີ 14 ກັນຍານີ້.

Photo: LFF

Leave a Reply

Your email address will not be published. Required fields are marked *