ຊ້າງນ້ອຍ ແຊ້ມເກົ່າ ເພີ່ມສະຖິຕິຊະນະ 9 ນັດລວດ! ລາວລີກ 1 ປະຈຳປີ 2023

ການແຂ່ງຂັນເຕະບານ ລາວລີກ 1 ນັດທີ 9 ປະຈຳປີ 2023 ໃນທ້າຍອາທິດຜ່ານມາ ແຂ່ງຄົບ 4 ຄູ່, ຈຸດທີ່ໜ້າສົນໃຈແມ່ນ ຊ້າງນ້ອຍ ເອັຟຊີ ແຊ້ມເກົ່າ ຟອມດີຕໍ່ເນື່ອງ ເພີ່ມສະຖິຕິຊະນະ 9 ນັດຕິດຕໍ່ກັນ ນັດຫລ້າສຸດເອົາຊະນະ ຈຳປາສັກ 4-0, ໃນນີ້ ບຸນພະຈັນ ບຸນກອງ ກອງໜ້າທີມຊາດລາວ ຊາວແຂວງສະຫວັນນະເຂດ ຍິງແຮັດທິກ ລວມ 9 ປະຕູ ຂຶ້ນນຳດາວຍິງສູງສຸດຮ່ວມກັບ ພັດທະນາ ພົມມະເທບ ກອງກາງທີມຊາດລາວ ຈາກເອສະຣາ.

ຂະນະທີ່ ຣາຟາເອວ ໂຣດຣີເກັຊ ສູນໜ້າຊາວເບຣຊິນ ຟອມສຸດເດັ່ນ ຍິງແຮັກທຣິກ 2 ນັດຕິດຕໍ່ກັນ ຫລ້າສຸດພາຕົ້ນສັງກັດບຸກຊະນະ ຫລວງພະບາງ 3-1 ກ່ອນໜ້ານີ້ຍິງ 5 ປະຕູ ພາທີມບຸກຊະນະ ຈຳປາສັກ 7-0 ຣາຟາເອວ ຍິງ 8 ປະຕູ ຈາກ 2 ນັດ.

ສ່ວນ ກອງທັບ ຊະນະ ເອສະຣາ 2-1 ແລະ ນໍ້າທາ ຢູໄນເຕັດ ສະເໝີກັບ ວຽງຈັນ 1-1.

ສະຫຼຸບຕາຕະລາງຄະແນນຜ່ານໄປ 9 ນັດທຸກທີມ: ຊ້າງນ້ອຍ ເປັນທີມນຳຢ່າງສະຫງ່າ ເກັບ 27 ຄະແນນເຕັມ, ມາສເຕີ ເຊເວັນ ມີ 19 ຄະແນນ, ເອສະຣາ 14 ຄະແນນ, ກອງທັບ 13 ຄະແນນ, ວຽງຈັນ 8 ຄະແນນ, ຫຼວງພະບາງ 7 ຄະແນນ, ນໍ້າທາ 6 ຄະແນນ ແລະ ຈຳປາສັກ ມີ 5 ຄະແນນ.

ສຳລັບຕາຕະລາງແຂ່ງຂັນນັດທີ 10 ຈະແຂ່ງຂັນໃນທ້າຍອາທິດນີ້ ໃນວັນທີ 3 ມິຖຸນາ ກອງທັບ ພົບ ວຽງຈັນ ທີ່ສະຫນາມກິລາກອງທັບ ຫຼັກ 5 ເວລາ 16:00 ໂມງ ແລະ ຊ້າງນ້ອຍ ພົບ ຫຼວງພະບາງ ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ເວລາ 16:00 ໂມງ, ວັນທີ 4 ມິຖຸນາ ມາສເຕີ ເຊເວັ້ນ ພົບ ນ້ຳທາ ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ເວລາ 16:00 ໂມງ ແລະ ຈຳປາສັກ ພົບ ເອສະຣາ ທີ່ສະໜາມກິລາແຂວງຈຳປາສັກ ເວລາ 16:00 ໂມງດ ຊົມການຖ່າຍທອດສົດຜ່ານທາງ ເຟດບຸກ ລາວລີກ 1 ແລະ ຢູທຸບ ສະຫະພັນບານເຕະແຫ່ງຊາດລາວ.

Photo: Lao League 1

Leave a Reply

Your email address will not be published. Required fields are marked *