ຜົນຈັບສະຫລາກເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 23 ປີ (U23) ຊິງແຊ້ມອາຊຽນ 2023 ທີ່ຊົນບູຣີ ປະເທດໄທ ໃນລະຫວ່າງວັນທີ 17-26 ສິງຫາປີນີ້, ປະກົດວ່າ: ທີມຊາດລາວ ຢູ່ກຸ່ມ C ຮ່ວມກັບ ທີມຊາດຫວຽດນາມ ແຊ້ມເກົ່າ ແລະ ຟີລິບປິນ.
ຂະນະທີ່ ກຸ່ມ A ມີ : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ, ກຸ່ມ B ມີ : ຕີມໍເລັສເຕ້, ມາເລເຊຍ ແລະ ອິນໂດເນເຊຍ.
ຮູບແບບການແຂ່ງຂັນ ພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ຂອງແຕ່ລະກຸ່ມ ບວກກັບທີ 2 ດີທີ່ສຸດ 1 ທີມຈາກ 3 ກຸ່ມ ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ.
ສຳລັບຕາຕະລາງການແຂ່ງຂັນຂອງ U23 ທີມຊາດລາວ ວັນທີ 18 ສິງຫາ 2023 ລາວ ພົບ ຟີລິບປີນ ແລະ ວັນທີ 20 ສິງຫາ 2023 ລາວ ພົບ ຫວຽດນາມ, ຜົນງານຄັ້ງຜ່ານມາ ຂອງທີມຊາດລາວ ໃນປີ 2022 ທີ່ກຳປູເຈຍ U23 ທີມຊາດລາວ ໄດ້ອັນດັບ 3 ຄັ້ງທຳອິດ ຮ່ວມກັບ ຕີມໍເລັສເຕ້.
Photo: Lao FF