ສິງຟ້າ ເຊວຊີ ຢືນຢັນວ່າ: ເມົາຣິຊີໂອ້ ໂປແຊັດຕິໂນ້ ຜູ້ຈັດການທີມຊາວອາເຈນຕິນ້າ (ອາກຊັງຕິນ) ໄວ 51 ປີ ອາດີດຜູ້ຈັດການທີມ ທັອດແນ່ມ ຮັອດສະເປີ ຈະເປັນຜູ້ຈັດການທີມໃໝ່ຂອງສະໂມສອນ ແທນທີ່ ແຟັງ ແລມພ໊າດ ຜູ້ຈັດການທີມຊົ່ວຄາວ ໂດຍຈະເລີ່ມງານວັນທີ 1 ກໍລະກົດ 2023 ນີ້.
ໂປແຊັດຕິໂນ້ ເຊັນສັນຍາກັບ ເຊວຊີ 2 ປີ ພ້ອມເງື່ອນໄຂຕໍ່ສັນຍາ, ສຳລັບ ໂປແຊັດຕິໂນ້ ວ່າງງານມາແຕ່ຕົ້ນເດືອນກໍລະກົດ 2022 ຫລັງແຍກທາງກັບ ປາຣີ ແຊັງແຊກແມັງ ໂດຍຄຸມທີມບໍ່ເຖິງ 2 ປີ ແຕ່ກໍພາທີມໄດ້ 3 ແຊ້ມຄື: ລີກອ໋ອງ, ຄຸບເດີຟຣອງ ແລະ ເຟັນ ຊຸບເປີຄັບ.
ລະດູການຫລ້າສຸດ ເຊວຊີ ຜົນງານຕົກຕໍ່າ ຈົບອັນດັບທີ 12 ໃນພຣີເມ່ຍລີກ ເປັນອັນດັບຕໍ່າສຸດໃນຮອບ 25 ປີ, ບໍ່ມີແຊ້ມຕິດມື ທັ້ງໆທີ່ທຸ້ມງົບຫລາຍກວ່າ 600 ກວ່າລ້ານປອນ.