ຫ້ອງວ່າການປົກຄອງແຂວງບໍ່ແກ້ວ ໄດ້ເຮັດໜັງສືແຈ້ງເຊີນນັກກິລາແລ່ນທົ່ວປະເທດລາວ ແລະ ທົ່ວໂລກ ໃຫ້ຮູ້ວ່າ: ງານແລ່ນມາຣາທອນ ສາມຫລ່ຽມຄຳ ຄັ້ງທີ 3 ທີ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ຈະມີຂຶ້ນໃນວັນທີ 26 ມິຖຸນາ 2023 ນີ້ ໂດຍຄັ້ງນີ້ ຈະຈັດ 2 ໄລຍະທາງຄື: ຮາຟມາຣາທອນ 21.1 ກິໂລແມັດ ແລະ ມິນິມາຣາທອນ 10.5 ກິໂລແມັດ, ກຳນົດປະເພດການແຂ່ງຂັນ ແລະ ມອບລາງວັນ 6 ກຸ່ມ ລວມ 36 ລາງວັນ ລວມມູນຄ່າ 1 ຕື້ 375 ລ້ານກີບ.
ປະເພດ ຮາຟມາຣາທອນ ໄລຍະທາງ 21.1 ກິໂລແມັດ ຍິງ-ຊາຍ ແບບເປີດກວ້າງບໍ່ຈຳກັດສັນຊາດ, ອາຍຸ 16 ປີຂຶ້ນໄປ ແຊ້ມຈະໄດ້ຮັບຫລຽນຄຳ, ຂັນລາງວັນ ແລະ ເງິນລາງວັນເຖິງ 200 ລ້ານກີບ, ຮອງແຊ້ມ ຈະໄດ້ຮັບຫລຽນເງິນ, ຂັນລາງວັນ ແລະ ເງິນລາງວັນ 150 ລ້ານກີບ ແລະ ທີສາມ ໄດ້ຮັບຫລຽນທອງ, ຂັນລາງວັນ ແລະ ເງິນລາງວັນ 100 ລ້ານກີບ, ທີ 4: ຈະໄດ້ຮັບເງິນລາງວັນ 50 ລ້ານກີບ, ທີ 5: 25 ລ້ານກີບ, ທີ 6: 20 ລ້ານກີບ, ທີ 7: 15 ລ້ານກີບ, ທີ 8: 10 ລ້ານກີບ, ທີ 9: 7 ລ້ານ 5 ແສຍນກີບ ແລະ ທີ 10: 5 ລ້ານກີບ, ໂດຍທີ 4-10 ແມ່ນໄດ້ຮັບຫລຽນທີ່ລະນຶກທັງໝົດ, ສຳລັບຄ່າສະໜັກຜູ້ລະ 5 ແສນກີບ ຈະໄດ້ຮັບເສື້ອ ແລະ ຫລຽນທີ່ລະນຶກ, ຜູ້ບໍ່ຈ່າຍຄ່າລົງທະບຽນເຂົ້າຮ່ວມໄດ້ ແຕ່ບໍ່ໄດ້ຮັບເລກລະຫັດລົງທະບຽນ ແລະ ບໍ່ມີສິດໄດ້ລາງວັນ.
ຂະນະທີ່ ປະເພດມິນິມາຣາທອນ ໄລຍະທາງ 10.5 ກິໂລແມັດ ຍິງ-ຊາຍ ເຊິ່ງຍົກເວັ້ນນັກກິລາລະດັບຊາດຂອງແຕ່ລະປະເທດ ອາຍຸ 16 ປີຂຶ້ນໄປ ທີ 1 ຈະໄດ້ຮັບຫລຽນຄຳ, ຂັນລາງວັນ ແລະ ເງິນລາງວັນ 20 ລ້ານກີບ, ທີ 2 ຈະໄດ້ຮັບຫລຽນເງິນ, ຂັນລາງວັນ ແລະ ເງິນລາງວັນ 17 ລ້ານ 5 ແສນກີບ, ທີ 3 ໄດ້ຮັບຫລຽນທອງ, ຂັນລາງວັນ ແລະ ເງິນລາງວັນ 15 ລ້ານກີບ, ທີ 4 ໄດ້ຮັບຫລຽນທີ່ລະນຶກ ແລະ ເງິນລາງວັນ 12 ລ້ານ 5 ແສນກີບ ແລະ ທີ 5 ໄດ້ຮັບຫລຽນທີ່ລະນຶກ ແລະ ເງິນລາງວັນ 10 ລ້ານກີບ.
ສ່ວນປະເພດມິນິມາຣາທອນ ໄລຍະທາງ 10.5 ກິໂລແມັດ ຍິງ-ຊາຍ ສົ່ງເສີມເຍົາວະຊົນ-ໄວໜຸ່ມ ອາຍຸ 16 ປີລົງມາ ເຊິ່ງຍົກເວັ້ນນັກກິລາລະດັບຊາດຂອງແຕ່ລະປະເທດ, ຊະນະເລີດ ຈະໄດ້ຮັບຫລຽນຄຳ, ຂັນລາງວັນ ແລະ ເງິນລາງວັນ 12 ລ້ານ 5 ແສນກີບ, ທີ 2 ຈະໄດ້ຮັບຫລຽນເງິນ, ຂັນລາງວັນ ແລະ ເງິນລາງວັນ 10 ລ້ານກີບ, ທີ 3 ໄດ້ຮັບຫລຽນທອງ, ຂັນລາງວັນ ແລະ ເງິນລາງວັນ 7 ລ້ານ 5 ແສນກີບ. ປະເພດມິນິມາຣາທອນ ບໍ່ມີຄ່າລົງທະບຽນ ຜູ້ຈ່າຍ 150,000 ກີບ ຈະໄດ້ຮັບເສື້ອ ແລະ ຫລຽນທີ່ລະນຶກ.
ຈຸດປະສົງ ການຈັດງານແລ່ນຄັ້ງນີ້ ເພື່ອເປັນການສະເຫລີມສະຫລອງວັນຕ້ານຢາເສຍຕິດສາກົນ ຄົບຮອບ 36 ປີ 26 ມິຖຸນາ 2023 ສ້າງຂະບວນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ພ້ອມກັນນີ້ ກໍເປັນການສົ່ງເສີມກິລາລາວ ໂດຍສະເພາະກິລາແລ່ນລານຂອງລາວເຮົາ ໃຫ້ເຕີບໃຫຍ່ເຂັ້ມແຂງ, ສົ່ງເສີມໃຫ້ມວນຊົນໄດ້ຮ່ວມຂະບວນການອອກກຳລັງກາຍເພື່ອສຸຂະພາບທີ່ແຂງແຮງ ແລະ ສົ່ງເສີມວຽກງານການທ່ອງທ່ຽວລາວ ກໍຄືແຂວງບໍ່ແກ້ວ.
ລາຍລະອຽດເພີ່ມຕື່ມ ລວມທັງການສະໝັກ ຕິດຕາມໄດ້ທາງເຟດບຸກ ຂ່າວກິລາ ໂທລະພາບແຫ່ງຊາດລາວ.