ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບຝ່າຍຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ຈັດການແຂ່ງຂັນເຕະບານມິດຕະພາບ ຊີງຂັນຜູ້ອຳນວຍການຝ່າຍການຂາຍ ບໍລິສັດ ເບຍລາວ ຈຳກັດ ເພື່ອສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ກິດຈະກຳນີ້ ຈັດຂຶ້ນໃນວັນທີ 26 ພຶດສະພາຜ່ານມາ ທີ່ສະໜາມກິລາບານເຕະໃນຮົ່ມ ກູດໄລ໌ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ອິນປອງ ທຸມມາ ຮອງເຈົ້າເມືອງສີໂຄດຕະບອງ, ທ່ານ ຮໍ້ ບ໊າດແມ້ນ ຜູ້ອຳນວຍການຝ່າຍຂາຍ ແລະ ຊ່ອງທາງຈັດຈຳຫນ່າຍ ບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ ພ້ອມດ້ວຍຕາງໜ້າກຸ່ມສື່ມວນຊົນສາຍກິລາ ແລະ ບັນດາມາຊິກທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຄຶກຄື້ນ.
ສຳລັບການແຂ່ງຂັນເຕະບານມິດຕະພາບຄັ້ງນີ້ ແມ່ນກຳນົດຮຸ່ນອາຍຸ 35 ປີຂຶ້ນໄປ ແມ່ນໄດ້ມີການຈົກສະຫຼາກປະກົບຄູ່ແຂ່ງຂັນ ໂດຍທີມຊະນະ ແມ່ນໄດ້ຜ່ານເຂົ້າຊີງຊະນະເລີດ ແລະ ທີມເສຍ ແມ່ນໄປຊີງອັນດັບທີ 3, ຜ່ານການຂ່ງຂັນປະກົດວ່າ: ແຊ້ມເປັນຂອງສຳນັກງານປົກຄອງເມືອງສີໂຄດຕະບອງ ສ່ວນອັນດັບທີສອງ ເປັນຂອງກຸ່ມສື່ມວນຊົນສາຍກິລາ, ອັນດັບທີ 3 ສະມາຄົມນັກທຸລະກິດຮ້ານອາຫານລາວ ແລະ ທີ 4 ແມ່ນ ບໍລິສັດ ເບຍລາວ ຈຳກັດ.
ນອກຈາກການແຂ່ງຂັນເຕະບານແລ້ວ ກໍຍັງມີການແຂ່ງຂັນກິລາມວນຊົນ ແບບມິດຕະພາບ ເຊັ່ນ: ດອກປີກໄກ່ ແລະ ອື່ນໆ ເຊິ່ງບັນຍາກາດແມ່ນເຕັມໄປດ້ວຍຄວາມຮັກແພງສາມັກຄີ ແລະ ເບີກບານມ່ວນຊື່ນ.