16 ທີມສຸດທ້າຍ U20 ປີ ຊິງແຊ້ມໂລກ 2023

ການແຂ່ງຂັນເຕະບານ ຮຸ່ນອາຍຸບໍ່ເກີນ 20 ປີ ຫລື U20 ຊິງແຊ້ມໂລກ 2023 ທີ່ປະເທດອາກຊັງຕິນ ໃນລະຫວ່າງວັນທີ 20 ພຶດສະພາ – 11 ມິຖຸນານີ້ ໄດ້ສຳເລັດການແຂ່ງຂັນຮອບແບ່ງກຸ່ມໃນວັນທີ 28 ພຶດສະພາຜ່ານມາ ໄດ້ 16 ທີມ ເຂົ້າສູ່ຮອບ 16 ທີມສຸດທ້າຍຮຽບຮ້ອຍ.

ທີ 1 ຂອງ 6 ກຸ່ມ ປະກອບມີ: ອາກຊັງຕິນ ເຈົ້າພາບ, ສະຫະລັດ ອາເມຣິກາ, ໂຄໂລມບີ້, ເບຣຊິນ, ອັງກິດ ແລະ ກຳບີ້, ທີ 2 ຂອງກຸ່ມມີ: ອຸດສະເບກິດສະຖານ, ເອກົວດໍຣ, ອິດສະຣາແອນ, ອີຕາລີ, ອູຣູໄກວ ແລະ ສາທາລະນະລັດເກົາຫລີ. ສ່ວນທີ 3 ດີສຸດ 4 ທີມໄດ້ແກ່: ນິເຊຣີ້, ນູແວນເຊລັງ, ສະໂລວັກ ແລະ ຕູນີຊີ້.

ການຈັບຄູ່ໃນຮອບ 16 ທີມສຸດທ້າຍ: ສະຫະລັດ ອາເມຣິກາ ພົບກັບ ນູແວນເຊລັງ, ອຸດສະເບກິດສະຖານ ພົບກັບ ອິດສະຣາແອນ ຈະແຂ່ງຂັນວັນທີ 30 ພຶດສະພານີ້, ເບຣຊິນ ພົບ ຕູນີຊີ້, ໂຄໂລມບີ້ ພົບ ສະໂລວັກ, ອັງກິດ ພົບ ອີຕາລີ ແລະ ອາກຊັງຕິນ ເຈົ້າພາບ ພົບ ນິເຊຣີ້ ຈະແຂ່ງຂັນວັນທີ 31 ພຶດສະພາ, ກຳບີ້ ພົບ ອູຣູໄກວ ແລະ ເອກົວດໍຣ ພົບ ສາທາລະນະລັດເກົາຫລີ ຈະແຂ່ງຂັນວັນທີ 1 ມິຖຸນານີ້.

Leave a Reply

Your email address will not be published. Required fields are marked *