ນັດສຸດທ້າຍຂອງ ບຸນເດັສລີກ້າ ເຢຍລະມັນ ລະດູການນີ້ ການລຸ້ນແຊ້ມສຸດມ່ວນມັນ ລະທຶກໃຈ ລະຫວ່າງ ເສືອເຫລືອງ ໂບຣຸສເຊຍ ດັອດມຸນ ກັບ ເສືອໃຕ້ ບາເຢິນ ມິວນິກ ແຊ້ມເກົ່າ, ໂດຍ ດັອດມຸນ ພາດທ່າສະເໝີກັບ ມາຍຊ໌ໃນບ້ານຕົນເອງ 2-2 ຂະນະທີ່ ບາເຢິນ ບຸກໄປຊະນະ ໂຄໂລນ ຫວຸດວິດ 2-1 ທັງສອງມີ 71 ຄະແນນເທົ່າກັນ ຈາກ 34 ນັດ ແຕ່ ບາເຢິນ ມີປະຕູໄດ້ເສຍດີກວ່າ 15 ໜ່ວຍ ເພີ່ມສະຖິຕິຄອງແຊ້ມເປັນລະດູການທີ 11 ຕິດຕໍ່ກັນ ແລະ ເປັນສະໄໝທີ 32 ຫລາຍສຸດໃນເຢຍລະມັນ.
ບາເຢິນ, ດັອດມຸນ, ໄລຊິກ ແລະ ຢູນ້ຽນ ເບີລິນ ຈົບທັອບໂຟ້ ໄດ້ໄປ ຢູຟ້າ ແຊ້ມປ້ຽນລີກ ລະດູການໜ້າ, ສ່ວນ ໄຟຣບວກ ໄດ້ທີ 5 ໄດ້ໄປ ຢູໂຣປ້າລີກ, ທີ 6 ໄບເອີ ເລເວີຄູເຊັນ ໄດ້ໄປ ຄອນເຟີເຣັນລີກ ແຕ່ຖ້າ ໄລຊິກ ໄດ້ແຊ້ມ ເດແອັຟເບ ໂພຄາວ ເລເວີຄູເຊັນ ຈະໄດ້ໄປ ຢູໂຣປ້າລີກ, ສ່ວນ ໄອແທັກ ແຟັງເຟີດ ຕອນນີ້ຈົບທີ 7 ຂອງລີກ ແຕ່ຖ້າໄດ້ແຊ້ມ ເດແອັຟເບ ໂພຄາວ ຈະໄດ້ສິດໄປ ຢູໂຣປ້າລີກ.
ສ່ວນທີມຕົກຊັ້ນແມ່ນ: ແຮທ້າ ເບີລິນ ແລະ ຊາວເກ້ 04, ສ່ວນ ສະຕຸດກ໊າດ ຈົບທີ 16 ຕ້ອງໄປເພອັອຟໜີຕົກຊັ້ນກັບ ຮຳບວກ ທີມອັນດັບ 3 ໃນບຸນເດັສລີກ້າ 2.
ດາວຍິງສູງສຸດເປັນຂອງ ນິຄາສ ຟູຄຸງ ຈາກເບເມັນ ແລະ ຄຣິສໂຕເຟີ ເອັນກຸນກູ ຈາກໄລຊິກ ຍິງໄດ້ 16 ປະຕູເທົ່າກັນ, ຜູ້ສົ່ງບານໃຫ້ເພື່ອນຍິງປະຕູຫລາຍສຸດ ຫລື ແອັສຊິດແມ່ນ ຣາຟາເອວ ເກີເຣໂຣ້ ແບັກຊ້າຍທີມຊາດປັອກຕຸຍການຈາກດັອດມຸນ 12 ຄັ້ງ ແລະ ຜູ້ຮັກສາປະຕູດີເດັ່ນ ເສຍປະຕູໜ້ອຍສຸດໄດ້ແກ່ ມາກ ເຟັກເກັ້ນ ຊາວໂຮນລັງ ຈາກໄຟຣບວກ ບໍ່ເສຍປະຕູ 13 ນັດ.
ລະດູການນີ້ 306 ນັດ ມີປະຕູເກີດຂຶ້ນທັງໝົດ 971 ໜ່ວຍ, ສະເລ່ຍນັດໜຶ່ງບໍ່ຫລຸດ 3 ໜ່ວຍ, ມີຜູ້ຊົມໃນສະໜາມ 13,147,000 ກວ່າຄົນ, ສະເລ່ຍນັດໜຶ່ງບໍ່ຫລຸດ 42,000 ຄົນ.