ເອີລິ້ງ ຮາແລນ ສູນໜ້າທີມຊາດນອກແວ ໄວ 22 ປີ ກາຍເປັນນັກເຕະບານຄົນທຳອິດ ພິຊິດຕຳແໜ່ງດາວຍິງສູງສຸດ ພຣີເມ່ຍລີກ ອັງກິດ ພ້ອມກັບຄວ້າລາງວັນນັກເຕະດີເດັ່ນ ແລະ ລາງວັນດາວເດັ່ນ ຫລື ດາວຮຸ່ງດີເດັ່ນໃນ 1 ລະດູການ.
ລະດູການນີ້ 2022-23 ຮາແລນ ຍິງໃນ ພຣີເມ່ຍລີກ 36 ປະຕູ ແລະ ລວມທຸກລາຍການ 52 ປະຕູ. ຮາແລນ ກາຍເປັນນັກເຕະບານຄົນທີ 3 ໃນພຣີເມ່ຍລີກ ອັງກິດ ຄວ້າ 2 ລາງວັນໃນ 1 ລະດູການ:ຄື: ນັກເຕະດີເດັ່ນ ແລະ ນັກເຕະດາວຮຸ່ງດີເດັ່ນ ຕໍ່ຈາກ: ຄຣິສເຕຍໂນ້ ໂຣນາວໂດ້ ລະດູການ 2006-07 ແລະ ແກເຣັດ ເບວ ລະດູການ 2012-13.
Photo: Manchester City