ໄມເຄິນ ໄວສ໌ ໂບກມືລາຄຸມທີມຊາດລາວ!

ວັນທີ 29 ພຶດສະພາ 2023 ນີ້ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຖະແຫລງການຜ່ານສື່ອອນລາຍທາງການຂອງສະຫະພັນວ່າ: ໄມເຄິນ ໄວສ໌ ຄູຝຶກຊາວເຢຍລະມັນ ໄວ 58 ປີ ໄດ້ອຳລາທີມຢ່າງເປັນທາງການ ພາຍຫລັງສຳເລັດການແຂ່ງຂັນຊີເກມ ຄັ້ງທີ 32.

ໄມເຄິນ ໄວສ໌ ເຂົ້າມາຄຸມທີມຊາດລາວ ໃນຕົ້ນເດືອນມັງກອນ ປີ 2022 ພາ U23 ປີ ທີມຊາດລາວ ສ້າງປະຫວັດສາດ ໄດ້ອັນດັບ 3 ຊິງແຊ້ມອາຊຽນຮ່ວມກັບ ຕີມໍເລັສເຕ້, ເຖິງວ່າຫລາຍລາຍການໃຫຍ່ລະດັບພາກພື້ນເຊັ່ນ: ຊິງແຊ້ມອາຊຽນ ແລະ ຊີເກມ ຜົນງານບໍ່ໄດ້ດັ່ງຄາດໝາຍ ແຕ່ ໄມເຄິນ ໄວສ໌ ໄດ້ປ່ຽນວິຖີບານລາວໃຫ້ກ້າຕໍ່ບານເດີນເກມບຸກແລກກັບຄູ່ຕໍ່ສູ້, ລວມທັງຍົກລະດັບໂອກາດຍິງປະຕູຈາກບານນິ້ງ ຫລື ເຊັດພິຊ (set piece) ໃຫ້ແກ່ທີມຊາດລາວໄດ້ດີຂຶ້ນ ເຖິງວ່າເສຍປຽບດ້ານຮູບຮ່າງ. ສ່ວນຄູຝຶກໃໝ່ທີມຊາດລາວ ຈະແມ່ນຜູ້ໃດນັ້ນ ເຊື່ອວ່າອີກບໍ່ດົນ ສະຫະພັນບານເຕະແຫ່ງຊາດລາວ ຈະປະກາດແຕ່ງຕັ້ງໃນໄວໆນີ້.

Photo: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

Leave a Reply

Your email address will not be published. Required fields are marked *