4 ຜູ້ຕັດສິນ ທີ່ຖືກເລືອກໃຫ້ຕັດສິນຮອບຊິງ 4 ລາຍການໃຫຍ່ສະໂມສອນເອີຣົບ ປີ 2023

ສະຫະພັນບານເຕະເອີຣົບ ຫລື ຢູຟ້າ ໄດ້ປະກາດ 4 ຜູ້ຕັດສິນ ທີ່ຖືກເລືອກໃຫ້ຕັດສິນຮອບຊິງ 4 ລາຍການໃຫຍ່ສະໂມສອນເອີຣົບ ປີ 2023 ໂດຍ ຊີມ້ອນ ມາຣຊີນ້ຽກ ຜູ້ຕັດສິນຊາວໂປໂລຍ ໄດ້ຕັດສິນ ຢູຟ້າ ແຊ້ມປ້ຽນລີກ ເພດຊາຍ ລະຫວ່າງ ແມນເຊັສເຕີ ຊິຕີ້ ພົບກັບ ອິນເຕີ ມິລານ ໃນວັນທີ 10 ມິຖຸນານີ້ ທີ່ສະໜາມອັນຕາເຕີກ, ນະຄອນອິສຕັນບູລ ປະເທດຕູຣາເຄຍ. ຊີມ້ອນ ມາຣຊີນ້ຽກ ໄດ້ຕັດສິນຮອບຊິງ ຢູຟ້າ ແຊ້ມປ້ຽນລີກ ຄັ້ງທຳອິດ ຜ່ານມາເຄີຍຕັດສິນຮອບຊິງ ບານໂລກ 2022 ແລະ ຢູຟ້າ ຊຸບເປີຄັບ 2018.

ຂະນະທີ່ ຮອບຊິງ ຢູຟ້າ ແຊ້ມປ້ຽນລີກ ເພດຍິງ ລະດູການນີ້ ລະຫວ່າງ ບາຣເຊໂລນ້າ ພົບກັບ ໂວຟບວກ ຢູຟ້າເລືອກ ເຊຣິວ ຟັອສເຕີ ຜູ້ຕັດສິນຍິງຊາວເວວ ໄດ້ຕັດສິນຮອບຊິງລາຍການນີ້ຄັ້ງທຳອິດ, ໂດຍຈະແຂ່ງຂັນວັນທີ 3 ມິຖຸນາ 2023 ທີ່ສະໜາມຟີລິບ ສະຕາດີອົງ, ເມືອງໄອໂຮເຟັນ ປະເທດໂຮນລັງ.

ສ່ວນ ຮອບຊິງ ຢູໂຣປ້າລີກ ລະຫວ່າງ ເຊບີຢ້າ ປະທະກັບ ໂຣມ້າ ໃນວັນທີ 31 ພຶດສະພາ 2023 ທີ່ສະໜາມປຸສກັສ ອາຣີນ້າ, ນະຄອນຫລວງບູດາເປັສ ປະເທດຮົງກາຣີ້ ຢູຟ້າເລືອກ ແອນໂທນີ້ ເທເລີ ຜູ້ຕັດສິນຊາວອັງກິດ ຜ່ານມາເຄີຍຕັດສິນຮອບຊິງ ຢູຟ້າ ເນຊັ່ນລີກ, ລີກຄັບ ແລະ ເອັຟເອຄັບ ຮອບຊິງ.

ແລະ ຮອບຊິງ ຢູຟ້າ ຢູໂຣປ້າ ຄອນເຟີເຣັນລີກ ລະຫວ່າງ ເວັສແຮມ ຢູໄນເຕັດ ພົບ ຟິອໍເຣັນຕິນ້າ ຢູຟ້າເລືອກ ຄາຣລັອສ ເດວ ແຊໂລ້ ກຣັງເດ້ ຊາວແອັສປາຍ ຮອບຊິງຈະແຂ່ງຂັນວັນທີ 7 ມິຖຸນາ 2023 ທີ່ສະໜາມຟູທູນ້າ ອາຣີນ້າ ໃນນະຄອນຫລວງປ໊າກ ປະເທດສາທາລະນະລັດເຊັກ.

Photo: UEFA

Leave a Reply

Your email address will not be published. Required fields are marked *