ເອແຊັດ ອັກມ້າ ສະໂມສອນບານເຕະໃນລີກສູງສຸດຂອງເນເທີແລນ (ໂຮນລັງ) ປະກາດສັ່ງຫ້າມແຟນບານ ທີ່ສະແດງພຶດຕິກຳບໍ່ເໝາະສົມ ໃຊ້ຄວາມຮຸນແຮງໃສ່ແຟນບານ, ຄອບຄົວ ແລະ ເພື່ອນນັກເຕະຂອງ ເວັສແຮມ ຢູໄນເຕັດ ໃນການແຂ່ງຂັນ ຢູຟ້າ ຢູໂຣປ້າ ຄອນເຟີເຣັນລີກ ຮອບຮອງຊະນະເລີດ ນັດທີ 2 ທີ່ທີມເສຍຄາບ້ານໃຫ້ທີມຈາກອັງກິດ 0-1 ລວມຜົນສອງນັດ ເສຍ 1-3 ຕົກຮອບ 4 ທີມສຸດທ້າຍ.
ເຊິ່ງແຟນບານທີ່ກໍເຫດຄັ້ງນີ້ ຖືກສັ່ງຫ້າມຊົມການແຂ່ງຂັນ 43 ນັດ ໂດຍບັນຫານີ້ ເຈົ້າໜ້າທີ່ຕຳຫລວດກຳລັງສືບສວນສອບສວນ ເພື່ອລົງໂທດຕາມລະບຽບກົດໝາຍຕື່ມອີກ.
Photo: Football.london