ອິນໂດເນເຊຍ ໄດ້ເປັນເຈົ້າພາບ ເຕະບານຍິງ U19 ຊິງແຊ້ມອາຊຽນ 2023

ສະຫະພັນບານເຕະອາຊຽນ ຫລື AFF ໄດ້ຢືນຢັນວ່າ: ປະເທດອິນໂດເນເຊຍ ຈະເປັນເຈົ້າພາບ ຈັດການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ຊິງແຊ້ມອາຊຽນ 2023 ໃນລະຫວ່າງວັນທີ 1-19 ກໍລະກົດນີ້ ເຊິ່ງເປັນຄັ້ງທີສອງຕິດຕໍ່ກັນທີ່ອິນໂດເນເຊຍ ໄດ້ເປັນເຈົ້າພາບລາຍການນີ້ ຕໍ່ຈາກປີຜ່ານມາ.

ຄັ້ງຜ່ານມາ ແຊ້ມແມ່ນ ອົດສະຕຣາລີ ຮອບຊິງຊະນະ ຫວຽດນາມ 2-0 ສ່ວນທີ 3 ເປັນຂອງໄທ ຊະນະ ມຽນມາ 2-0 ເຊັ່ນກັນ. ລາຍການນີ້ ຫາກໍຈັດມາ 2 ຄັ້ງຄື: ປີ 2014 ແລະ 2022 ທັງນີ້ ກໍເພື່ອຊຸກຍູ້ ແລະ ພັດທະນາວົງການບານເຕະຍິງໄວໜຸ່ມອາຊຽນໃຫ້ເຂັ້ມແຂງ ແລະ ເຕີບໃຫຍ່ທຽມທັນກັບສາກົນ. ສຳລັບ ທີມຍິງ ທີມຊາດລາວ ຍັງບໍ່ເຄີຍເຂົ້າຮ່ວມລາຍການນີ້ ເຊື່ອວ່າຄັ້ງນີ້ ຈະສົ່ງເຂົ້າຮ່ວມຊິງໄຊ.

Photo: ASEAN FOOTBALL

Leave a Reply

Your email address will not be published. Required fields are marked *