ແຊ້ມເທັນນິສ ເຟັນ ໂອເພັນ 2023 ຍິງດ່ຽວ-ຊາຍດ່ຽວ ຈະໄດ້ຮັບ ຜູ້ລະ 60 ຕື້ກວ່າກີບ!

ສຳຫລວດເງິນລາງວັນເທັນນິສແກຣນສະແລມທີສອງຂອງປີ ເຟັນ ໂອເພັນ 2023 ທີ່ສັງວຽນໂຣລ໋ອງ ກາຣັອສ, ນະຄອນຫລວງປາຣີ ປະເທດຝຣັ່ງ ໃນລະຫວ່າງວັນທີ 28 ພຶດສະພາ  – 11 ມິຖຸນານີ້.

ປີນີ້ ຊິງເງິນລາງວັນລວມສູງສຸດໃນປະຫວັດສາດ 49 ລ້ານ 6 ແສນເອີໂຣ, ຫລາຍກວ່າປີຜ່ານມາ 6 ລ້ານເອີໂຣ ຫລື ເພີ່ມຂຶ້ນ 12.3% ໂດຍແຊ້ມປະເພດຍິງດ່ຽວ ແລະ ຊາຍດ່ຽວ ຈະໄດ້ຮັບເທົ່າກັນ 2 ລ້ານ 3 ແສນເອີໂຣ ເພີ່ມຂຶ້ນຫລາຍກວ່າປີຜ່ານມາ 1 ແສນເອີໂຣ, ຮອງແຊ້ມຈະໄດ້ຮັບ 1,150,000 ເອີໂຣ ຫລື ເຄິ່ງໜຶ່ງຂອງແຊ້ມ, ເຂົ້າຮອບຮອງຊະນະເລີດ ຈະໄດ້ຮັບ 630,000 ເອີໂຣ, ເຂົ້າຮອບ 8 ຄົນສຸດທ້າຍ ໄດ້ຮັບ 4 ແສນເອີໂຣ, ເຂົ້າຮອບ 16 ຄົນສຸດທ້າຍ ໄດ້ຮັບ 240,000 ເອີໂຣ, ເຂົ້າຮອບ 32 ຄົນສຸດທ້າຍ ໄດ້ຮັບ 142,000 ເອີໂຣ, ເຂົ້າຮອບສອງ ໄດ້ຮັບ 97,000 ເອີໂຣ ແລະ ຕົກຮອບທຳອິດໄດ້ຮັບ 69,000 ເອີໂຣ.

ສ່ວນການຄັດເລືອກທັງ 3 ຮອບ ກໍມີເງິນລາງວັນໃຫ້ ຕົກຮອບຄັດເລືອກຮອບທີໜຶ່ງ ໄດ້ຮັບ 16,000 ເອີໂຣ, ຕົກຮອບຄັດເລືອກຮອບສອງ ໄດ້ຮັບ 22,000 ເອີໂຣ ແລະ ຕົກຮອບຄັດເລືອກຮອບສາມ ໄດ້ຮັບ 34,000 ເອີໂຣ.

ປະເພດຄູ່, ຄູ່ຍິງ, ຄູ່ຊາຍ ແລະ ຄູ່ປະສົມ ໄດ້ເງິນລາງວັນເທົ່າກັນ, ແຊ້ມຈະໄດ້ຮັບ 590,000 ເອີໂຣ, ຮອງແຊ້ມ 295,000 ເອີໂຣ, ເຂົ້າຮອບຮອງຊະນະເລີດ ໄດ້ຮັບ 148,000 ເອີໂຣ, ເຂົ້າຮອບ 8 ຄູ່ສຸດທ້າຍ ໄດ້ຮັບ 80,000 ເອີໂຣ, ເຂົ້າຮອບ 16 ຄົນສຸດທ້າຍ ໄດ້ຮັບ 43,000 ເອີໂຣ, ຕົກຮອບ 32 ຄູ່ສຸດທ້າຍ ໄດ້ຮັບ 27,000 ເອີໂຣ ແລະ ຕົກຮອບທຳອິດ ໄດ້ຮັບ 17,000 ເອີໂຣ.

Photo: ROLAND-GARROS

Leave a Reply

Your email address will not be published. Required fields are marked *