ຈັບສະຫລາກ ເຟັນ ໂອເພັນ 2023 ອາວຄາຣາຊ ອາດໄດ້ພົບກັບ ໂນວັກ ໃນຮອບ 4 ຄົນສຸດທ້າຍ

ຜົນຈັບສະຫລາກ ການແຂ່ງຂັນເທັນນິສ ແກຣນສະແລມທີສອງຂອງປີ ເຟັນ ໂອເພັນ 2023 ທີ່ສັງວຽນໂຣລ໋ອງ ກາຣັອສ, ນະຄອນຫລວງປາຣີ ປະເທດຝຣັ່ງ ໃນລະຫວ່າງວັນທີ 28 ພຶດສະພາ  – 11 ມິຖຸນານີ້.

ປະເພດຊາຍດ່ຽວ ປະກົດວ່າ: ຄາລັອສ ອາວຄາຣາຊ ດາວເດັ່ນຊາວແອັສປາຍ ມື 1 ຂອງໂລກໃນປັດຈຸບັນ ຕາມສາຍທີ່ວາງມາ ມີໂອກາດພົບກັບ ໂນວັກ ໂຢໂຄວິກ ຈາກແຊັກບີ້ ມື 3 ຂອງໂລກ ແຊ້ມແກຮນສະແລມສູງສຸດ 22 ສະໄໝ ໃນຮອບ 4 ຄົນສຸດທ້າຍ, ໂດຍຮອບທຳອິດ ອາວຄາຣາຊ ລໍຖ້າພົບກັບນັກເທັນນິສທີ່ມາຈາກຮອບຄັດເລືອກ, ຂະນະທີ່ ໂນວັກ ຈະພົບກັບ ອາເລັກຊານດ້າ ໂຄວາເຊວິກ ຈາກອາເມຣິກາເຊື້ອສາຍແຊັກບີ້ ອັນດັບ 114 ຂອງໂລກ.

ສ່ວນມື 2 ຂອງລາຍການ ດານິວ ແມັດເວເດັຟ ຈາກຣັດເຊຍ ຮອບທຳອິດຈະພົບກັບ ນັກເທັນນິສທີ່ມາຈາກຮອບຄັດເລືອກ, ທາງດ້ານ ແຄັສເປີ ຣຸດ ມື 4 ຂອງລາຍການ ຮອງແຊ້ມປີຜ່ານມາ ກໍຈະພົບກັບນັກເທັນນິສທີ່ມາຈາກຮອບຄັດເລືອກ.

ມືວາງຜູ້ອື່ນທີ່ໜ້າສົນໃຈ: ສະເຕຟານັອສ ຊິດຊີປັສ ມື 5 ຈາກເກັກ ຈະພົບກັບ ຈີຣີ້ ເວເຊຣີ້ ຈາກສາທາລະນະລັດເຊັກ, ໂຮເກີ ຣູເນີ ມື 6 ຈາກດານມາກ ຈະພົບກັບ ຄຣິສໂຕເຟີ ອູແບັງ ຈາກອາເມຣິກາ, ອັງເດຣ ຣູເບັຟ ມື 7 ຈາກຣັດເຊຍ ພົບກັບ ລາສໂລ້ ເຈເຣ້ ຈາກແຊັກບີ້.

ປະເພດຍິງດ່ຽວ: ອີກ້າ ສະເວຍເຕັກ ມື 1 ຂອງໂລກ ແຊ້ມເກົ່າ ຈາກໂປໂລຍ ຮອບທຳອິດ ຈະພົບກັບ ຄຣິສຕີນ້າ ບຸກຊ້າ ອັນດັບ 67 ຂອງໂລກ ຈາກແອັສປາຍ, ອາຣີນ້າ ຊາບາເລັນກ້າ ມື 2 ຈາກເບລາຣຸສ ຈະພົບກັບ ມາຣຕ້າ ຄັອສຢຸກ ມື 28 ຂອງໂລກ ຈາກອູແກຣນ, ເອເລນ້າ ຣີບາກີນ້າ ມື 4 ຈາກຄາຊັກສະຖານ ຈະພົບກັບ ນັກເທັນນິສທີ່ມາຈາກຮອບຄັດເລືອກ.

Photo: ROLAND-GARROS

Leave a Reply

Your email address will not be published. Required fields are marked *