ທີມຍິງ ທີມຊາດຫວຽດນາມ ຢືນຢັນ ຈະອຸ່ນເຄື່ອງທົດສອບທີມກັບ ທີມຍິງ ທີມຊາດສະເປນ ເດືອນກໍລະກົດປີນີ້ ກ່ອນໄປບານໂລກ

ທີມຍິງ ທີມຊາດຫວຽດນາມ ອັນດັບ 33 ຂອງໂລກ ຢືນຢັນ ຈະອຸ່ນເຄື່ອງທົດສອບທີມກັບ ທີມຍິງ ທີມຊາດສະເປນ ຫລື ແອັສປາຍ ອັນດັບ 7 ຂອງໂລກ ໃນເດືອນກໍລະກົດປີນີ້ ກ່ອນເຂົ້າຮ່ວມຊີງແຊ້ມໂລກ 2023.

ກ່ອນໜ້ານີ້ ທີມຍິງ ທັບດາວຄຳ ແຊ້ມອາຊຽນ 3 ສະໄໝ ເຈົ້າຂອງຫລຽນຄຳ ຊີເກມ 4 ຄັ້ງຫລັງສຸດ ມີແຜນຈະອຸ່ນເຄື່ອງທົດສອບທີມ ພົບກັບ ເຢຍລະມັນ ໃນວັນທີ 24 ມິຖຸນາ 2023 ແລະ ພົບກັບ ນິວຊີແລນ (ນູແວນເຊລັງ) ເຈົ້າພາບຮ່ວມ ບານໂລກ ເພດຍິງ 2023 ໃນວັນທີ 10 ກໍລະກົດ. ໂດຍ ຫວຽດນາມ ເປັນ 1 ໃນ 8 ນ້ອງໃໝ່ ໃນບານໂລກ ເພດຍິງ ຄັ້ງນີ້ ຮອບສຸດທ້າຍ ຈະແຂ່ງຂັນໃນລະຫວ່າງວັນທີ 20 ກໍລະກົດ – 20 ສິງຫາ 2023 ທີ່ອົດສະຕຣາລີ ແລະ ນິວຊີແລນ ຮ່ວມກັນເປັນເຈົ້າພາບ.

Photo: ASEAN FOOTBALL

Leave a Reply

Your email address will not be published. Required fields are marked *