ພາຍຫລັງທີ່ ທີມຊາດອາເຈນຕິນ້າ ຫລື ອາກຊັງຕິນ ຄວ້າແຊ້ມໂລກ 2022 ທີ່ກາຕ້າ ແລະ ກ້າວໄປເປັນເບີ 1 ຂອງໂລກ ອີກຄັ້ງ ເຮັດໃຫ້ ທັບຟ້າຂາວ ກາຍເປັນທີ່ໝາຍປອງຂອງຫລາຍທີມໃນທົ່ວໂລກ ຕ້ອງການອຸ່ນເຄື່ອງທົດສອບທີມນຳ.
ນັກວິເຄາະຄາດການວ່າ: ທີມທີ່ຕ້ອງການອຸ່ນເຄື່ອງກັບທີມຊາດອາເຈນຕິນ້າ ຕ້ອງມີຄ່າໃຊ້ຈ່າຍບໍ່ໜ້ອຍ ອາດເຖິງຫລັກ 5 ລ້ານໂດລາ. ເພາະສະນັ້ນ ທີມຊາດອິນໂດເນເຊຍ ເຈົ້າຂອງຫລຽນຄຳ ຊີເກມ ຄັ້ງ 32 ອາດຈະເສຍເງິນຄ່າເຊື້ອເຊີນ ແຊ້ມໂລກຄັ້ງຫລ້າສຸດ ຫລັກ 5 ລ້ານໂດລາ, ແຕ່ສະມາຄົມບານເຕະອິນໂດເນເຊຍ ກໍພ້ອມຈ່າຍເພື່ອສ້າງໂອກາດທີ່ສຸດຍອດນີ້ໃຫ້ແກ່ນັກກີລາ ແລະ ແຟນບານ.
ການອຸ່ນເຄື່ອງຈະມີຂຶ້ນໃນໄລຍະຟີຟ້າເດ ວັນທີ 19 ມິຖຸນາ 2023 ທີ່ນະຄອນຫລວງຈາກາຕ້າ, ປະເທດອິນໂດເນເຊຍ.
Cr: ASEAN FOOTBALL