ອີເນັສຕ້າ ຈະແຍກທາງກັບ ວິສເທວ ໂກເບະ ໃນເດືອນກໍລະກົດປີນີ້!

ອັນເດັສ ອີເນັສຕ້າ ຕຳນານກອງກາງທີມຊາດສະເປນ (ແອັສປາຍ) ແລະ ສະໂມສອນ ບາຣເຊໂລນ້າ ຈະອຳລາຕົ້ນສັງກັດ ວິສເທວ ໂກເບະ ທີມຊັ້ນນຳໃນ ເຈລີກ ລີກສູງສຸດຂອງຍີ່ປຸ່ນ ໃນຕົ້ນເດືອນກໍລະກົດປີນີ້ ປິດສາກ 5 ປີ ກັບ ວິສເທວ ໂກເບະ. ອີເນັສຕ້າ ຈະລົງສະໜາມຊ່ວຍທີມນັດສຸດທ້າຍ ວັນທີ 1 ກໍລະກົດ 2023 ເຊິ່ງລະດູການນີ້ ກອງກາງ ໄວ 39 ປີ ໄດ້ລົງຫລິ້ນພຽງ 5 ນັດ, ໃນລີກ 3 ນັດ ເປັນຕົວສຳຮອງທັງໝົດ.

ຕາມຈິດໃຈຂອງ ອີເນັສຕ້າ ຍັງຕ້ອງການຢູ່ກັບທີມ ແລະ ຢຸດອາຊີບຢູ່ທີ່ນີ້, ຄວາມຈິງສັນຍາຂອງ ອີເນັສຕ້າ ຈະສິ້ນສຸດໃນເດືອນມັງກອນ 2024 ແຕ່ຈຳໃຈຕ້ອງລາ ຍ້ອນບໍ່ໄດ້ຮັບໂອກາດລົງສະໜາມເທົ່າທີ່ຄວນ ໂດຍ ອີເນັສຕ້າ ຍັງບໍ່ປະກາດຢຸດອາຊີບ ແຕ່ຈະໄປຢູ່ກັບທີມໃດນັ້ນ ຕິດຕາມຕໍ່ໄປ…

Photo: Vissel Kobe

Leave a Reply

Your email address will not be published. Required fields are marked *