U20 ປີ ທີມຊາດອັງກິດ ຊະນະ ອູຣູໄກວ 3-2 ເຂົ້າຮອບ 16 ທີມສຸດທ້າຍ U20 ປີ ຊິງແຊ້ມໂລກ 2023

ການແຂ່ງຂັນເຕະບານ ຮຸ່ນອາຍຸບໍ່ເກີນ 20 ປີ ຫລື U20 ຊິງແຊ້ມໂລກ 2023 ທີ່ປະເທດອາກຊັງຕິນ ໃນລະຫວ່າງວັນທີ 20 ພຶດສະພາ – 11 ມິຖຸນານີ້ ການແຂ່ງຂັນນັດທີສອງຂອງກຸ່ມ E ທີມຊາດອັງກິດ ແຊ້ມ 1 ສະໄໝ ແລະ ເປັນແຊ້ມເອີຣົບຄັ້ງຫລ້າສຸດ ເອົາຊະນະ ອູຣູໄກວ ອະດີດຮອງແຊ້ມ 2 ສະໄໝ ຮອງແຊ້ມອາເມຣິກາໃຕ້ ຄັ້ງຫລງສຸດ ແບບສຸດມັນ 3-2, ຄວ້າໄຊສອງນັດລວດ ເຂົ້າຮອບ 16 ທີມສຸດທ້າຍ ເປັນທີມທີ 6.

ອີກໜຶ່ງຄູ່ໃນກຸ່ມດຽວກັນ ອີຣັກ ເສຍໃຫ້ ຕູນີຊີ້ 0-3, ຜ່ານໄປສອງນັດ ຕູນີຊີ້ ມີ 3 ຄະແນນ, ອີຣັກ ບໍ່ມີຄະແນນ, ນັດສຸດທ້າຍ ອີຣັກ ພົບ ອັງກິດ ແລະ ອູຣູໄກວ ພົບ ຕູນີຊີ້ ຈະແຂ່ງຂັນວັນທີ 28 ພຶດສະພານີ້.

ກຸ່ມ F ນັດທີສອງ ໄດ້ອີກໜຶ່ງທີມເຂົ້າຮອບຄື: ກຳບີ້ ຮອງແຊ້ມທະວີບອາຟຣິກາຄັ້ງຫລ້າສຸດ ພາຍຫລັງຄວ້າໄຊສອງນັດລວດ ນັດຫລ້າສຸດຊະນະ ຝຣັ່ງ ແຊ້ມ 1 ສະໄໝ 2-1 ຝຣັ່ງ ເສຍສອງນັດລວດ ໂອກາດຕົກຮອບສູງ, ອີກຄູ່ໜຶ່ງໃນກຸ່ມດຽວກັນ ສາທາລະນະລັດເກົາຫລີ ສະເໝີກັບ ຮົງດູຣັສ 2-2 ເກົາຫລີ ມີ 4 ຄະແນນຈາກສອງນັດ, ຮົງດູຣັສ ມີ 1 ຄະແນນ, ນັດສຸດທ້າຍຂອງກຸ່ມ ຮົງດູຣັສ ພົບ ຝຣັ່ງ ແລະ ສາທາລະນະລັດເກົາຫລີ ພົບ ກຳບີ້ ວັນທີ 28 ພຶດສະພານີ້.

Photo: ESPN UK

Leave a Reply

Your email address will not be published. Required fields are marked *