ແມນຢູ ເປີດບ້ານຊະນະ ເຊວຊີ 4-1 ຄວ້າສິດໄປ ຢູຟ້າ ແຊ້ມປ້ຽນລີກ ແນ່ນອນແລ້ວ

ເຕະບານ ພຣີເມ່ຍລີກ ອັງກິດ ນັດຕົກຄ້າງ ໃນຄືນວັນທີ 25 ພຶດສະພາຜ່ານມາ, ແມນເຊັສເຕີ ຢູໄນເຕັດ ເປີດບ້ານເອົາຊະນະ ເຊວຊີ 4-1 ແມນຢູ ໄດ້ປະຕູຈາກ ຄາເຊມີໂຣ້, ບຣູໂນ້ ແຟນັນເດັຊ, ແອນໂທນີ້ ມາກຊີຢາວ ແລະ ມາຣຄັສ ແຣັສຟອດ, ເຊວຊີ ໄດ້ປະຕູປອບໃຈຈາກ ໂຈເອົາ ເຟລິກ ໄລຍະທ້າຍເກມ.

ໄຊຊະນະນັດນີ້ ເຮັດໃຫ້ ແມນຢູ ຄວ້າສິດໄປ ຢູຟ້າ ແຊ້ມປ້ຽນລີກ ແນ່ນອນແລ້ວ, ແຊງ ນິວຄາສເຊິນ ຂຶ້ນມາຢູ່ອັນດັບ 3 ມີ 72 ຄະແນນ ຈາກ 37 ນັດ ຫ່າງ ລີເວີພູລ ອັນດັບຫ້າ: 6 ຄະແນນ ເຫລືອການແຂ່ງຂັນພຽງນັດດຽວ.

ມາຣຄັສ ແຣັສຟອດ ຍິງປະຕູທີ 30 ໃນລະດູການນີ້. ສ່ວນ ເຊວຊີ ຜົນງານຕົກຕໍ່າສຸດນັບຕັ້ງແຕ່ປີ 1994.

Photo: Premier League, Man UTD

Leave a Reply

Your email address will not be published. Required fields are marked *