ການແຂ່ງຂັນລາຍການນີ້ ໄດ້ມີການຖະແຫລງຂ່າວ ແລະ ຈັບສະຫຼາກແບ່ງສາຍ ໃນວັນທີ 25 ພຶດສະພາ 2023 ທີ່ສະຫະພັນບານເຕະແຫ່ງຊາດລາວ ໂດຍມີ ທ່ານ ທິບພະເນດ ແກ້ວມະນິວົງ ປະທານບໍລິສັດ ແກ້ວໂອໂຕ ກຣຸບ ຈຳກັດ, ປະທານສະໂມສອນ ມາສດ້າ ຈີບີ ເອັຟຊີ ທັງເປັນປະທານຈັດການແຂ່ງຂັນ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ວິຊາການຈາກສະຫະພັນບານເຕະແຫ່ງຊາດ, ຄູຝຶກແຕ່ລະສະໂມສອນ ແລະ ສື່ມວນຊົນເຂົ້າຮ່ວມ.
ການແຂ່ງຂັນຄັ້ງນີ້ ມີ 3 ຮຸ່ນອາຍຸຄື: ອາຍຸບໍ່ເກີນ 10 ປີ ມີ 7 ທີມເຂົ້າຮ່ວມ, 12 ປີ ມີ 16 ທີມເຂົ້າຮ່ວມ ແລະ 14 ປີ ມີ 13 ທີມເຂົ້າຮ່ວມ ທັງນີ້ ກໍເພື່ອສ້າງໂອກາດໃຫ້ເດັກນ້ອຍກ້າສະແດງອອກ ແລະ ສົ່ງເສີມຄວາມຝັນເດັກນ້ອຍລາວໃຫ້ມີການພັດທະນາຄວາມສາມາດ ກ້າວສູ່ນັກເຕະອາຊີບ ແລະ ຕິດທີມຊາດໃນອະນາຄົດ.
ສຳຫຼັບຜົນຈັບສະຫຼາກ U10 ປີ: ກຸ່ມ A ປະກອບມີ: FHL ຈາກນະຄອນຫລວງ, PKP ຫລວງພະບາງ, Mazda GB FC ທີມ B ຈາກນະຄອນຫລວງ ແລະ ວອນທະບິງ ອາຄາເດມີ້ ຈາກຫລວງພະບາງ.
ກຸ່ມ B – Mazda GB FC ທີມ A, WIG – BBB AUTO FC ຈາກນະຄອນຫລວງ ແລະ ວຽງຈັນ FT ຈາກນະຄອນຫລວງ.
U12 ປີ: ກຸ່ມ A ປະກອບມີ: SL ອາຄາເດມີ້ ຈາກແຂວງອຸດົມໄຊ, ຈາຕູຣາເທບ ອາຄາເດມີ້ ຈາກປະເທດໄທ, ຈຳປາຮັກ FC ທີມ A ຈາກນະຄອນຫລວງ ແລະ ໂກນເດິນບອຍ ທີມ B ຈາກໄທ.
ກຸ່ມ B : PK ອາຄາເດມີ້ ຈາກແຂວງໄຊຍະບູລີ, ວອນທະບິງ ອາຄາເດມີ້, ມາສເຕີ ເຊເວັ້ນ ຈາກນະຄອນຫລວງ ແລະ ໂກນເດິນບອຍ ທີມ A ຈາກໄທ.
ກຸ່ມ C : ຈຳປາຮັກ FC ທີມ B, BBB AUTO FC, ວຽງຈັນ FT ແລະ Mazda GB FC ທີມ A.
ກຸ່ມ D : WIG ຈາກນະຄອນຫລວງ, DK FC ຈາກນະຄອນຫລວງ, ເດັກພວນ ອາຄາເດມີ້ ຈາກຊຽງຂວາງ ແລະ PKP ຫລວງພະບາງ.
ສ່ວນ U14 ກຸ່ມ A ປະກອບມີ: ວຽງຈັນ FT, Mazda GB FC ທີມ B, ຈຳປາຮັກ FC.
ກຸ່ມ B : Mazda GB FC ທີມ A, FHL ແລະ Super Star FC.
ກຸ່ມ C : SL ອາຄາເດມີ້, ໂກນເດິນບອຍ, ຄຳໃສ FC.
ກຸ່ມ D ປະກອບມີ: ເອສະຣາ FC, PKP ຫລວງພະບາງ, ວອນທະບິງ ອາຄາເດມີ້ ແລະ ປາກຊັນ FC ຈາກແຂວງບໍລິຄຳໄຊ.
ສຳລັບການແຂ່ງຂັນ ຈະຈັດຂຶ້ນໃນວັນທີ 27-28 ພຶດສະພາ 2023 ທີ່ສະໜາມກິລາແຫ່ງຊາດຫຼັກ 16.
Photo: Lao Football Federation