Dance Sport ສະຫະພັນກິລານ້ອງໃໝ່ຂອງລາວ ເປີດໂອກາດໃຫ້ນັກເຕັ້ນໄວໜຸ່ມລາວ ກ້າວເວທີສູ່ສາກົນ

ເມື່ອທ້າຍອາທິດຜ່ານມາ ກະຊວງສຶກສາທິການ ແລະ ກິລາ ໄດ້ປະກາດຮັບຮອງການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາເຕັ້ນແຫ່ງຊາດ ຫລື Lao Dance Sport Federation ຢ່າງເປັນທາງການ ໂດຍແຕ່ງຕັ້ງ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນປະທານ, ພ້ອມກັນນັ້ນ ກໍມີຮອງປະທານ 2 ທ່ານ ແລະ ຄະນະບໍລິຫານງານອີກ 6 ທ່ານ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະນຳກະຊວງ, ຄະນະກຳມະການໂອແລມປິກແຫ່ງຊາດ, ລວມທັງຄູຝຶກ, ນັກກິລາ ຕະຫຼອດຮອດຜູ້ໃຫ້ການສະໜັບສະໜູນ ແລະ ມວນຊົນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ກ່າວວ່າ: ກິລາເຕັ້ນ ເປັນກິລາປະເພດໜຶ່ງທີ່ມີການເຄື່ອນໄຫວໃນທົ່ວໂລກ ແຕ່ລະທະວີບກໍມີຈຸດພິເສດໃນການເຕັ້ນແຕກຕ່າງກັນ, ຊຶ່ງການເຕັນໄດ້ເສີມສ້າງສຸຂະພາບໃຫ້ແຂງແຮງ ທັງຮ່າງກາຍ ແລະ ຈິດໃຈ, ໄດ້ຖືກຮັບຮອງ ແລະ ຮັບຮູ້ ເປັນກິລານາທຊາດ, ຍ້ອນເຫັນໄດ້ຄວາມສຳຄັນຄືແນວນັ້ນ, ຄະນະກຳມະການໂອແລມປິກແຫ່ງຊາດລາວ ຈຶ່ງໄດ້ຊຸກຍູ້ໃຫ້ມີການຈັດຕັ້ງ ແລະ ສ້າງຕັ້ງສະຫະພັນເຕັ້ນແຫ່ງຊາດນີ້ຂຶ້ນ; ອີງຕາມການລາຍງານການເຄື່ອນໄຫວ ກ່ອນທີ່ຈະມີສະຫະພັນເຕັ້ນແຫ່ງຊາດ ແມ່ນພວກເຮົາໄດ້ເປັນສະມາຊິກຂອງສະຫະພັນເຕັ້ນໂລກ (World Dance Sport Federation) ຊຶ່ງເຫັນວ່າພວກເຮົາກໍໄດ້ມີໜໍ່ແໜງ ແລະ ມູນເຊື້ອແລ້ວໃນໄລຍະຜ່ານມາ, ເຫັນໄດ້ວ່າກິລາປະເພດນີ້ ມີການເຄື່ອນໄຫວ ແລະ ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໃນຫລາຍຂົງເຂດທັງຕົວເມືອງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນໃນແຕ່ລະປີ ໄດ້ຈັດການແຂ່ງຂັນປະກວດເຕັ້ນແຂ່ງຂັນ ເຮັດໃຫ້ຊາວໜຸ່ມເຍົາວະຊົນ ໄດ້ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ສ້າງຜົນປະໂຫຍດທາງດ້ານສຸຂະພາບກາຍ, ສຸຂະພາບຈິດ, ການເຮັດວຽກເປັນໝູ່ຄະນະ ແລະ ມີສັງຄົມກວ້າງຂວາງຂຶ້ນ.

ສຳລັບລາຍຊື່ຄະນະບໍລິຫານງານ ສະຫະພັນກິລາເຕັ້ນແຫ່ງຊາດ ຫລື Lao Dance Sport Federation:

– ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນປະທານສະຫະພັນ

– ທ່ານ ຄຳພັນ ພົນທອງສີ ວ່າການຫົວໜ້າກົມສິລະປະການສະແດງ ເປັນຮອງປະທານ

– ທ່ານ ວັນທະນາ ກຸນນະວັນ ທີ່ປຶກສາອົງການກອງທຶນເດັກ, ຫົວໜ້າພະແນກສື່ສານ ພີເອັດໄອ ເປັນຮອງປະທານ ແລະ ນາຍຄັງ

– ທ່ານ ອຸ່ນຫຼ້າ ພາອຸດົມ ຜູ້ອຳນວຍການບໍລິສັດ ຟັງລາວ ເປັນເລຂາທິການ.

ນອກນັ້ນ ກໍຍັງມີ ຮອງເລຂາທິການ 1 ທ່ານ ແລະ ຄະນະກຳມະການອີກ 5 ທ່ານ.

ຂ່າວ-ພາບ: ສົງການ ພັນແພງດີ

Leave a Reply

Your email address will not be published. Required fields are marked *