ທີມຍິງ ເຊວຊີ ໃກ້ເປັນແຊ້ມລີກສູງສຸດຂອງອັງກິດ 4 ສະໄໝຕິດຕໍ່ກັນ!

ເຖິງວ່າທີມຊາຍຜົນງານບໍ່ດີໃນລະດູການນີ້ ແຕ່ທີມຍິງຂອງ ເຊວຊີ ຜົນງານກັບກັນ ຟອມດີໃນທຸກລາຍການ, ໂດຍສະເພາະ ໃນີກສູງສຸດຂອງອັງກິດ ໃກ້ຈະເປັນແຊ້ມ ພາຍຫລັງຄວ້າໄຊ 6 ນັດລວດ, ນັດຫລ້າສຸດ ຊະນະ ອາຣເຊນໍລ 2-0 ມີ 55 ຄະແນນ ຈາກ 21 ນັດ ນຳ ແມນຢູ 2 ຄະແນນ, ຫາກນັດສຸດທ້າຍມີໄຊ ໄດ້ແຊ້ມທັນທີ ບໍ່ຕ້ອງໄປລຸ້ນ ແມນຢູ ພົບກັບ ລີເວີພູລ ຫລື ຖ້າບໍ່ຊະນະ ຕ້ອງໄດ້ລຸ້ນໃຫ້ ແມນຢູ ບໍ່ຊະນະ ລີເວີພູລ.

ຫາກທີມຍິງ ເຊວຊີ ໄດ້ແຊ້ມລີກສູງສຸດອັງກິດລະດູການນີ້ ຈະສ້າງສະຖິຕິໃໝ່ ຄອງແຊ້ມລີກສູງສຸດ 4 ສະໄໝຕິດຕໍ່ກັນ, ຜ່ານມາບໍ່ມີທີມໃດເຮັດໄດ້, ໂດຍນັດສຸດທ້າຍຈະໄປຢາມ ເຣດດິ້ງ ທີມໜີຕົກຊັ້ນ ໃນວັນທີ 27 ພຶດສະພານີ້.

ລະດູການນີ້ ທີມຍິງຂອງ ເຊວຊີ ຜົນງານດີສົມຄວນ ໄດ້ແຊ້ມ ເອັຟເອຄັບ ເພດຍິງຂອງອັງກິດ 3 ສະໄໝຊ້ອນ, ໄດ້ຮອງແຊ້ມ ລີກຄັບ ແລະ ເຂົ້າຮອບ 4 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ ເພດຍິງ.

Photo: Chelsea Football Club Women

Leave a Reply

Your email address will not be published. Required fields are marked *