ໄຊຊະນະ 8 ນັດລວດ ທີ່ ຂຸນພົນພະລັງຊ້າງໜຸ່ມ ຊ້າງນ້ອຍ ເອັຟຊີ ແຊ້ມເກົ່າ ເຮັດໄດ້ໃນ ລາວລີກ 1 ປີ 2023 ກາຍເປັນສະຖິຕິທີ່ອອກໂຕດີສຸດໃນລາວລີກ.
– ຊະນະ ນໍ້າທາ ຢູໄນເຕັດ 2-0
– ຊະນະ ຈຳປາສັກ 1-0
– ຊະນະ ວຽງຈັນ 2-0
– ຊະນະ ມາສເຕີ ເຊເວັນ 2-0
– ຊະນະ ເອສະຣາ 3-2
– ຊະນະ ກອງທັບ 1-0
– ຊະນະ ຫລວງພະບາງ 1-0
– ຊະນະ ນໍ້າທາ ຢູໄນເຕັດ 3-0
ຊ້າງນ້ອຍ ເກັບ 24 ຄະແນນເຕັມ ຍິງໄດ້ 15 ປະຕູ ເສຍພຽງ 2 ປະຕູ ນຳອັນດັບ 2 ມາສເຕີ ເຊເວັນ 8 ຄະແນນ. ນັດຕໍ່ໄປ ຊ້າງນ້ອຍ ຈະພົບກັບ ຈຳປາສັກ ວັນເສົາທີ 27 ພຶດສະພາ 2023 ທີ່ໜາມກິລາແຫ່ງຊາດ ຫລັກ 16 ເວລາ 16:00.
Photo: Lao League 1 ລາວລີກ 1