ເຊົາເກດ ຄູຝຶກທີມຊາດອັງກິດ ຍັງຄົງໃຫ້ໂອກາດ ແຮຣີ້ ແມັກໄກວ ຕິດທີມຊາດຊຸດໃຫຍ່ ຢູໂຣ 2024

ແກເຣັດ ເຊົາເກດ ຄູຝຶກທີມຊາດອັງກິດ ປະກາດລາຍຊື່ນັກກິລາຊຸດ ຢູໂຣ 2024 ຮອບຄັດເລືອກ ໃນເດືອນມິຖຸນາທີ່ຈະມາເຖິງນີ້ ໂດຍຍັງຄົງໃຫ້ໂອກາດ ແຮຣີ້ ແມັກໄກວ ກອງຫລັງຕົວສຳຮອງຂອງ ປີສາດແດງ ແມນເຊັສເຕີ ຢູໄນເຕັດ, ຂະນະທີ່ ສູນໜ້ານຳໂດຍ ມາຣຄັສ ແຣັສຟອດ ແລະ ແຮຣີ້ ເຄນ, ສ່ວນ ເອແບຣີຊີ້ ເອເຊ້ ປີກເຊື້ອສາຍໄນຈີເຣຍ ຫລື ນິເຊຣີ້ ຈາກຄຣີສຕັນ ພາເລດ ຕິດທີມຊາດຊຸດໃຫຍ່ຄັ້ງທຳອິດ.

ສຳລັບຂຸນພົນທີມຊາດອັງກິດຊຸດ ຢູໂຣ 2024 ຮອບຄັດເລືອກ ໃນເດືອນມິຖຸນາປີນີ້ ຜູ້ຮັກສາປະຕູນຳໂດຍ ຈໍແດນ ພິກຟອດ ຈາກເອັຟເວີຕັ້ນ, ອາຣ້ອນ ແຣມເດວ ຈາກອາຣເຊນໍລ, ແຊມ ຈອນສະໂຕນ ຈາກຄຣີສຕັ້ນ ພາເລດ, ບໍ່ມີ ນິກ ໂປບ ຜູ້ຮັກສາປະຕູຈາກ ນິວຄາສເຊິນ ຍ້ອນມີອາການລາດເຈັບ.

ກອງຫລັງ ນອກຈາກ ແຮຣີ້ ແມັກໄກວ ຍັງມີ ລຸກຊໍລ ເພື່ອນຮ່ວມທີມແມນຢູ, ຄາຍ ວັອກເກີ້, ຈອນ ສະໂຕນ ຈາກແມນຊິຕີ້, ຄີແຣນ ທຣິບເປຍ ຈາກນິວຄາສເຊິນ, ເທັນ ອາເລັກຊານເດີ ອາໂນ ຈາກລີເວີພູລ, ໄທຣ້ອນ ມິ້ງ ຈາກແອັສຕັ້ນ ວິນລ້າ, ມາກ ກູຮີ່ ຈາກຄຣິສຕັ້ນ ພາເລດ ແລະ ເລວິສ ດັ້ງ ຈາກໄບຣຕັ້ນ.

ກອງກາງນຳໂດຍ: ຈໍແດນ ແຮນເດີສັນ ຈາກລີເວີພູລ, ດີຄານ ໄຣຊ໌ຈາກເວັສແຮມ, ຄາວວິນ ຟີລິບ ຈາກແມນຊິຕີ້, ຈຸດ ເບວລິ້ງແຮມ ຈາກດັອດມຸນ, ຄໍເນີ ຄາລາເກີ ຈາກເຊວຊີ ແລະ ເອແບຣີຊີ້ ເອເຊ້ ຈາກຄຣິສຕັ້ນ ພາເລດ.

ກອງໜ້າ: ແຮຣີ້ ເຄນ ຈາກສະເປີ, ມາຣຄັສ ແຣັສຟອດ ຈາກແມນຢູ, ແຈັກ ກຣີລິສ  ແລະ ຟິວ ໂຟເດັ້ນ ຈາກແມນຊິຕີ້, ບູກາໂຢ້ ຊາກ້າ ຈາກອາຣເຊນໍລ, ເຈມສ໌ ແມັດດີສັນ ຈາກເລັສເຕີ້ ແລະ ຄາລໍ້າ ວິວສັນ ຈາກນິວຄາສເຊິນ.

2 ນັດ ຂອງທີມຊາດອັງກິດ ການຄັດເລືອກ ຢູໂຣ 2024 ກຸ່ມ C ໃນເດືອນມິຖຸນາ 2023 ຈະໄປຢາມ ເມົາຕ້າ ວັນທີ 16 ມິຖຸນາ ແລະ ເປີດບ້ານພົບກັບ ນັອດ ມາເຊໂດເນຍ ວັນທີ 19 ມິຖຸນາ 2023. ເຊິ່ງ 2 ນັດທຳອິດ ຂອງທັບສາມພະຍາສີງ ຮອງແຊ້ມຄັ້ງຜ່ານມາ ຄວ້າໄຊຊະນະທັງສອງນັດ ບຸກຊະນະ ອີຕາລີ ແຊ້ມເກົ່າ 2-1 ແລະ ເປີດບ້ານຊະນະ ຢູເຄຣນ (ອູແກຣນ) 2-0.

Photo: England Football Team

Leave a Reply

Your email address will not be published. Required fields are marked *