ມາຣຕີເນັຊ ຍິງສອງປະຕູ ຊ່ວຍ ອິນເຕີ ມິລານ ແຊງຊະນະ ຟິອໍເຣັນຕິນ້າ 2-1 ປ້ອງກັນແຊ້ມ ໂຄປ້າ ອີຕາເລຍ

ເຕະບານ ໂຄປ້າ ອີຕາເລຍ ຮອບຊິງຊະນະເລີດ ລະດູການ 2022-23 ໃນຄືນວັນທີ 24 ພຶດສະພາຜ່ານມາ, ທີ່ສະໜາມໂອລິມປິກ ໃນນະຄອນຫລວງໂຣມ ປະເທດອີຕາລີ, ອິນເຕີ ມິລານ ແຊ້ມເກົ່າ ພົບກັບ ຟິອໍເຣັນຕິນ້າ ແຊ້ມ 6 ສະໄໝ.

ຟິອໍ ເລີ່ມຕົ້ນດີ ຂຶ້ນນຳກ່ອນພຽງ 3′ ນາທີທຳອິດຈາກ: ນິໂກ້ ຄອຍຊາເລັຊ, ແຕ່ຖືກ ອິນເຕີ ຍິງແຊງສອງປະຕູຈາກ ເລົາຕາໂລ້ ມາຣຕີເນັຊ ນາທີ 29′ ແລະ 37′ ກາຍເປັນປະຕູທີ 100 ແລະ 101 ຂອງສູນໜ້າແຊ້ມໂລກ ທີມຊາດອາກຊັງຕິນ ຈາກການລົງຫລິ້ນ 235 ນັດ ກັບທັບງູໃຫຍ່, ເວລາທີ່ເຫລືອບໍ່ມີປະຕູເພີ່ມ ຈົບເກມ ອິນເຕີ ມິລານ ແຊງຊະນະ ຟິອໍເຣັນຕິນ້າ 2-1 ປ້ອງກັນແຊ້ມໄດ້ສຳເລັດ ແລະ ຄອງແຊ້ມເປັນສະໄໝທີ 9 ສ້າງຄວາມໝັ້ນໃຈ ກ່ອນປະທະກັບ ແມນຊິຕີ້ ໃນຮອບຊິງຊະນະເລີດ ຢູຟ້າ ແຊ້ມປ້ຽນລີກ ວັນທີ 10 ມິຖຸນາ 2023.

Photo: Inter

Leave a Reply

Your email address will not be published. Required fields are marked *