ສະຫະພັນກິລາຣັກບີ້ແຫ່ງຊາດລາວ ຖະແຫລງຂ່າວສະຫລຸບຜົນສຳເລັດການເຂົ້າຮ່ວມຊິງແຊ້ມອາຊຽນ 2023 ທີ່ປະເທດໄທ

ສະຫະພັນກິລາຣັກບີ້ແຫ່ງຊາດລາວ ຖະແຫລງຂ່າວສະຫລຸບຜົນສຳເລັດການເຂົ້າຮ່ວມ ຣັກບີ້ 7 ຄົນ ຊິງແຊ້ມອາຊຽນ 2023 ທີ່ນະຄອນຫລວງບາງກອກ, ປະເທດໄທ ໃນລະຫວ່າງວັນທີ 20-21 ພຶດສະພາຜ່ານມາ, ໂດຍທີມຍິງສ້າງປະຫວັດສາດຄວ້າຫລຽນທອງມາຄອງຄັ້ງທຳອິດ, ສ່ວນທີມຊາຍ ໄດ້ອັນດັບທີ 5.

ການຖະແຫລງຂ່າວຈັດຂຶ້ນໃນວັນທີ 24 ພຶດສະພາ 2023 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ວິຣະຍຸດ ຣາທິກຸນ ປະທານສະຫະພັນກິລາຣັກບີ້ແຫ່ງຊາດລາວ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງ, ຜູ້ໃຫ້ການສະໜັບສະໜູນ, ຄູຝຶກ, ນັກກິລາ ແລະ ສື່ມວນຊົນເຂົ້າຮ່ວມ.

ການແຂ່ງຂັນຣັກບີ້ 7 ຄົນ ຊິງແຊ້ມອາຊຽນຄັ້ງນີ້ ສະຫະພັນຣັກບີ້ແຫ່ງຊາດລາວ ໄດ້ສົ່ງຄະນະນັກກິລາເຂົ້າຮ່ວມທັງທີມຍິງ ແລະ ທີມຊາຍ, ຜ່ານການແຂ່ງຂັນປະເພດທີມຍິງທີມຊາດລາວເຮົາ ສາມາດຍາດໄດ້ອັນດັບທີ 3 ຫລື ຫລຽນທອງມາຄອງເປັນຄັ້ງທຳອິດ ດ້ວຍຜົນງານຊະນະກຳປູເຈຍ 50-0 ຄະແນນ ແລະ ສາມາດເອົາຊະນະທີມຊາດຟີລິບປິນ ທີມແຖວໜ້າລະດັບອາຊຽນ ເຖິງ 3 ຄັ້ງ ຄວ້າຫລຽນທອງມາຄອງ, ກາຍເປັນຫລຽນປະຫວັດສາດໃນການເຂົ້າຮ່ວມແຂ່ງຂັນລະດັບພາກພື້ນອາຊຽນ.

ຂະນະທີ່ ທີມຊາຍ ເຖິງວ່າພົບຄູ່ຕໍ່ສູ້ທີ່ແຂງແກ່ນຢູ່ລະດັບຕົ້ນໆຂອງພາກພື້ນ ເປັນຕົ້ນ ມາເລເຊຍ, ໄທ, ສິງກະໂປ, ຟີລິບປິນ ລວມທັງ ໄຕ້ຫວັນ ທີ່ມາຮ່ວມແຂ່ງຂັນນຳ, ນັກກິລາລາວກໍສູ້ສຸດກຳລັງເພື່ອຫວັງສ້າງຜົນງານໃຫ້ດີທີ່ສຸດ ເຖິງວ່າຈະປະລາໄຊ ແຕ່ໄດ້ສະແດງສັກກະພາບຂອງຕົນຢ່າງເຕັມທີ່, ສາມາດເອົາຊະນະກຳປູເຈຍ ຈົບອັນດັບທີ 5 ຈາກ 6 ທີມເຂົ້າຮ່ວມ.

ພອນປະສິດ ເພັດຊົມພູ ຄູຝຶກຣັກບີ້ທີມຍິງທີມຊາດລາວ ໄດ້ໃຫ້ຮູ້ວ່າ: ການໄປເຂົ້າຮ່ວມແຂ່ງຂັນຄັ້ງນີ້ ຖືວ່າພວກເຮົາໄດ້ຕາມຄາດໝາຍ, ມີຫລຽນລາງວັນກັບບ້ານ ແລະ ເຊື່ອໝັ້ນວ່າ: ສັກກະຍະພາບຂອງທີມຍັງພັດທະນາໄດ້ຕື່ມອີກ ແລະ ຫວັງວ່າໃນຕໍ່ໜ້າຈະໄປໄດ້ໄກກວ່ານີ້.

ສ່ວນປະທານສະຫະພັນຣັກບີ້ແຫ່ງຊາດລາວ ໄດ້ສະແດງຄວາມດີໃຈ ແລະ ຊົມເຊີຍ ຕໍ່ຄະນະນັກກິລາຣັກບີ້ລາວຊຸດນີ້ ໂດຍສະເພາະທີມຍິງ ທີ່ສາມາດພິຊິດຫລຽນທອງປະຫວັດສາດມາຄອງ.

ປະທານສະຫະພັນຣັກບີ້ແຫ່ງຊາດລາວ ໄດ້ໃຫ້ຮູ້ຕື່ມວ່າ: ພາຍໃນປີນີ້ ທາງສະຫະພັນຍັງຈະຈັດໃຫ້ມີການແຂ່ງຂັນຣັກບີ້ພາຍໃນປະເທດ ເພື່ອສ້າງໂອກາດໃຫ້ນັກກິລາໄດ້ມີການເຄື່ອນໄຫວຝຶກແອບແຂ່ງຂັນຢ່າງຕໍ່ເນື່ອງ ແລະ ຈະສົ່ງນັກກິລາລະດັບສະໂມສອນເຂົ້າຮ່ວມແຂ່ງຂັນຢູ່ຕ່າງປະເທດຈຳນວນໜຶ່ງ, ພ້ອມກັນນີ້ ກໍຍັງສືບຕໍ່ກໍ່ສ້າງນັກກິລາຣັກບີ້ຮຸ່ນສຶບທອດຕາມໂຄງການຈຳປາບານ Pass It Back ເຜີຍແຜ່ກິລາຣັກບີ້ ໃຫ້ກວ້າງຂວາງກວ່າເກົ່າ ເປັນຕົ້ນສອງແຂວງເປົ້າໝາຍຄື: ບໍລິຄຳໄຊ ແລະ ຄຳມ່ວນ.

Leave a Reply

Your email address will not be published. Required fields are marked *