ບຣຸກ ຄັອບກ້າ ນັກກັອຟຊາວອາເມຣິກາ ພິຊິດເງິນລາງວັນ 3,150,000 ໂດລາສະຫະລັດ ຫລື ປະມານ 50 ຕື້ກວ່າກີບ ຫລັງຄວ້າແຊ້ມ ເມເຈີ PGA Championship 2023 ໃນທ້າຍອາທິດຜ່ານມາ ທີ່ນິວຢ໊ອກ, ສະຫະລັດ ອາເມຣິກາ.
ຄະແນນລວມ 4 ວັນ −9 ອັນເດີພາຣ ເອົາຊະນະຄູ່ແຂ່ງ 2 ສະໂຕຣກ. ນີ້ເປັນແຊ້ມເມເຈີ ສະໄໝທີ 5 ຂອງນັກກັອຟ ໄວ 33 ປີ ແລະ ເປັນແຊ້ມລາຍການນີ້ ສະໄໝທີ 3 ຕໍ່ຈາກປີ 2018 ແລະ 2019.
Photo: PGA Championship