ບູກາໂຢ້ ຊາກ້າ ຕົກລົງຂະຫຍາຍສັນຍາກັບ ອາຣເຊນໍລ ເຖິງປີ 2027

ບູກາໂຢ້ ຊາກ້າ ປີກທີມຊາດອັງກິດ ໄວ 21 ປີ ຕົກລົງຂະຫຍາຍສັນຍາກັບຕົ້ນສັງກັດ ອາຣເຊນໍລ ເຖິງປີ 2027 ພາຍຫລັງສັນຍາເກົ່າຈະສິ້ນສຸດໃນລະດູການ 2023-24.

ລະດູການນີ້ ຊາກ້າ ຍິງ 14 ປະຕູ 11 ແອັສຊິດ ຊ່ວຍທີມຈົບອັນດັບ 2 ໃນພຣີເມ່ຍລີກ ຄວ້າສິດໄປ ຢູຟ້າ ແຊ້ມປ້ຽນລີກ ອີກຄັ້ງ. ນັກເຕະເຊື້ອສາຍ ໄນຈີເຣຍ ຄົນນີ້ ເຕີບໂຕມາຈາກອາຄາເດມີ້ຂອງ ເດີ ກັນເນີ້ ຂຶ້ນທີມຊຸດໃຫຍ່ໃນປີ 2018 ລົງສະໜາມຊ່ວຍທີມທັງໝົດ 178 ນັດ ລວມທຸກລາຍການ.

ຜົນງານຜ່ານມາຂອງ ບູກາໂຢ້ ຊາກ້າ ຊ່ວຍ ອາຣເຊນໍລ ໄດ້ແຊ້ມ ເອັຟເອຄັບ ແລະ ຄອມມູນີຕີ້ຊົວ ຢ່າງລະ 1 ສະໄໝ, ຮອງແຊ້ມ ຢູໂຣປ້າລີກ 1 ຄັ້ງ.

ລາງວັນສ່ວນຕົວ ໄດ້ລາງວັນນັກເຕະດີເດັ່ນຂອງອັງກິດ ລະດູການ 2021-22, ນັກເຕະດີເດັ່ນຂອງ ອາຣເຊນໍລ 2 ລະດູການຫລັງສຸດ ແລະ ລາງວັນນັກເຕະດີເດັ່ນປະຈຳເດືອນມີນາຂອງ ພຣີເມ່ຍລີກ ປີ 2023.

Photo: Arsenal

Leave a Reply

Your email address will not be published. Required fields are marked *