ພະຍາເສືອ ໄທເກີ ວູດ ອາດີດນັກກັອຟມື 1 ຂອງໂລກ ຊາວອາເມຣິກາ ອົດເຂົ້າຮ່ວມ ກັອຟເມເຈີ U.S. Open ໃນເດືອນມິຖຸນາ 2023 ນີ້ ຍ້ອນຍັງບໍ່ເຊົາເຈັບຈາກການຜ່າຕັດຂໍ້ຕີນ. ກ່ອນໜ້ານີ້ ແຊ້ມເມເຈີ 15 ສະໄໝ ໄວ 47 ປີ ກໍຖອນຕົວຈາກ Masters ໃນເດືອນຜ່ານມາ ລວມທັງ PGA Championship ໃນທ້າຍອາທິດຜ່ານມາ.
ສຳລັບແຊ້ມ ເມເຈີ 15 ສະໄໝ ຂອງ ໄທເກີ ວູດ: Masters : ປີ 1997, 2001, 2002, 2005, 2019, PGA Championship : ປີ 1999, 2000, 2006, 2007, U.S. Open : ປີ 2000, 2002, 2008 ແລະ The Open Championship : ປີ 2000, 2005, 2006.
Photo: Tiger Woods