ສປປ ລາວ ສົ່ງ ສິດທິເດດ ແລະ ສຸລິຍາ ເຈົ້າຂອງຫລຽນເງິນຄູ່ຊາຍ ຊີເກມ ຄັ້ງທີ 32 ເຂົ້າຮ່ວມແຂ່ງຂັນສະນຸກເກີລະດັບອາຊີບ ທີ່ປະເທດໄທ 24-31 ພຶດສະພາ 2023

ສະຫະພັນກິລາບິນລ້ຽດ-ສະນຸກເກີແຫ່ງຊາດລາວ ໄດ້ລາຍງານໃຫ້ທີມຂ່າວໂທລະພາບແຫ່ງຊາດລາວຮູ້ວ່າ: ໃນລະຫວ່າງວັນທີ 24-31 ພຶດສະພາ 2023 ນີ້ ທາງສະຫະພັນໄດ້ສົ່ງນັກກິລາສະນຸກເກີທີມຊາດລາວ ຈຳນວນ 2 ຄົນຄື: ທ້າວ ສິດທິເດດ ສັງບ່ຽງ ແລະ ທ້າວ ສຸລິຍາ ມີນາລາວົງ ເຈົ້າຂອງຫລຽນເງິນປະເພດຄູ່ຊາຍ ໃນຊີເກມ ຄັ້ງທີ 32 ທີ່ກຳປູເຈຍ ໄປຮ່ວມແຂ່ງຂັນສະນຸກເກີລະດັບອາຊີບ ທີ່ປະເທດໄທ ຕາມການເຊື້ອເຊີນຂອງສະມາຄົມກິລາບິນລ້ຽດ-ສະນຸກເກີແຫ່ງປະເທດໄທ ໂດຍສະເພາະນັກກິລາທີ່ຜົນງານເດັ່ນໃນ ຊີເກມ ຄັ້ງທີ 32 ເພື່ອພັດທະນາສີມື ແລະ ສ້າງສີສັນໃນການແຂ່ງຂັນ.

ການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນຢູ່ໄທຄັ້ງນີ້ ເພື່ອເປັນການກະກຽມຄວາມພ້ອມກ່ອນໄປແຂ່ງຂັນ ເອຊຽນ ອິນດໍຣເກມ ທີ່ບາງກອກ ແລະ ຊົນບູຣີ ປະເທດໄທ ໃນທ້າຍເດືອນພະຈິກ ປີ 2023 ນີ້.

ກ່ອນໜ້ານີ້ ທ່ານ ລິຄິດ ອິນທະວົງ ເລຂາທິການສະຫະພັນກິລາບິນລ້ຽດ-ສະນຸກເກີແຫ່ງຊາດລາວ ທັງເປັນຄູຝຶກ ໄດ້ລາຍງານໃຫ້ຮູ້ວ່າ: ທາງສະຫະພັນຈະສົ່ງນັກກິລາເຂົ້າຮ່ວມຊິງແຊ້ມລະດັບອາຊີ ທີ່ນະຄອນປັກກິ່ງ, ປະເທດຈີນ ລາຍການ 2023 Chinese Pool International Elite ເຊິ່ງເປັນຄັ້ງທຳອິດທີ່ນັກກິລາບິນລ້ຽດສະນຸກເກີທີມຊາດລາວ ໄດ້ສິດເຂົ້າຮ່ວມແຂ່ງຂັນ ຍ້ອນຜົນງານທີ່ພົ້ນເດັ່ນໃນການແຂ່ງຂັນ ຊີເກມ ໂດຍສະເພາະຄັ້ງຫລ້າສຸດທີ່ກຳປູເຈຍ ລວມທັງຜົນງານໃນການເຂົ້າຮ່ວມ ເອຊຽນ ອິນດໍຣເກມ ຜ່ານມາ.

ໂດຍນັກກິລາບິນລ້ຽດສະນຸກເກີທີມຊາດລາວ ແມ່ນໄດ້ສິດລົງແຂ່ງທັງ 4 ລາຍການ 6 ເດືອນທ້າຍປີ 2023 ນີ້ ຂອງລາຍການ Chinese Pool International Elite. ສຳລັບລາຍຊື່ຄະນະນັກກິລາບິນລ້ຽດ-ສະນຸກເກີທີມຊາດລາວ ຈະເຂົ້າຮ່ວມແຂ່ງຂັນຄັ້ງນີ້ ປະກອບມີດັ່ງລຸ່ມນີ້:

1. ທ້າວ ລິຄິດ ອິນທະວົງ 2. ທ້າວ ສິດທິເດດ ສັງບ່ຽງ 3. ທ້າວ ສຸລິຍາ ມີນາລາວົງ 4. ທ້າວ ດາວພະຈັນ ພຸດທະບັນດິດ 5. ທ້າວ ຫົງສາວະດີ ວົງໄຊ.

ຕາຕະລາງການແຂ່ງຂັນທັງ 4 ລາຍການ:

– 10-24 ມິຖຸນາ 2023 International Elite

– 8-22 ສິງຫາ 2023 International Grand Prix

– 8-22 ຕຸລາ 2023 International Open

– 1-15 ທັນວາ 2023 Grand Final

Photo: ສະຫະພັນກິລາບິນລ້ຽດ-ສະນຸກເກີແຫ່ງຊາດລາວ

Leave a Reply

Your email address will not be published. Required fields are marked *