ຕິດຕາມ ນັກກິລາບິນລ້ຽດ-ສະນຸກເກີລາວ ກຽມເຂົ້າຮ່ວມຊິງແຊ້ມລະດັບອາຊີ ທີ່ນະຄອນປັກກິ່ງ, ປະເທດຈີນ ລາຍການ 2023 Chinese Pool International Elite

ທ່ານ ລິຄິດ ອິນທະວົງ ເລຂາທິການສະຫະພັນກິລາບິນລ້ຽດ-ສະນຸກເກີແຫ່ງຊາດລາວ ທັງເປັນຄູຝຶກ ໄດ້ລາຍງານໃຫ້ທີມຂ່າວໂທລະພາບແຫ່ງຊາດລາວຮູ້ວ່າ: ລາຍການນີ້ ຈັດຂຶ້ນເປັນປະຈຳທຸກປີ, ປີໜຶ່ງມີ 8 ລາຍການ, 6 ເດືອນຕົ້ນປີ ມີ 4 ລາຍການ ແລະ 6 ເດືອນທ້າຍປີ ມີ 4 ລາຍການ.

ນີ້ເປັນຄັ້ງທຳອິດທີ່ນັກກິລາບິນລ້ຽດສະນຸກເກີທີມຊາດລາວ ໄດ້ສິດເຂົ້າຮ່ວມແຂ່ງຂັນ ຍ້ອນຜົນງານທີ່ພົ້ນເດັ່ນໃນການແຂ່ງຂັນ ຊີເກມ ໂດຍສະເພາະຄັ້ງຫລ້າສຸດທີ່ກຳປູເຈຍ ລວມທັງຜົນງານໃນການເຂົ້າຮ່ວມ ເອຊຽນ ອິນດໍຣເກມ ຜ່ານມາ.

ໂດຍນັກກິລາບິນລ້ຽດສະນຸກເກີທີມຊາດລາວ ແມ່ນໄດ້ສິດລົງແຂ່ງທັງ 4 ລາຍການ 6 ເດືອນທ້າຍປີ 2023 ນີ້. ສຳລັບລາຍຊື່ຄະນະນັກກິລາບິນລ້ຽດ-ສະນຸກເກີທີມຊາດລາວ ຈະເຂົ້າຮ່ວມແຂ່ງຂັນຄັ້ງນີ້ ປະກອບມີດັ່ງລຸ່ມນີ້:

1. ທ້າວ ລິຄິດ ອິນທະວົງ 2. ທ້າວ ສິດທິເດດ ສັງບ່ຽງ 3. ທ້າວ ສຸລິຍາ ມີນາລາວົງ 4. ທ້າວ ດາວພະຈັນ ພຸດທະບັນດິດ 5. ທ້າວ ຫົງສາວະດີ ວົງໄຊ.

ຕາຕະລາງການແຂ່ງຂັນທັງ 4 ລາຍການ:

– 10-24 ມິຖຸນາ 2023 International Elite

– 8-22 ສິງຫາ 2023 International Grand Prix

– 8-22 ຕຸລາ 2023 International Open

– 1-15 ທັນວາ 2023 Grand Final

Photo: ສະຫະພັນກິລາບິນລ້ຽດ-ສະນຸກເກີແຫ່ງຊາດລາວ

Leave a Reply

Your email address will not be published. Required fields are marked *