ທີມຊາດອິນໂດເນເຊຍ ຈະອຸ່ນເຄື່ອງກັບ ແຊ້ມໂລກ ທີມຊາດອາເຈນຕິນ້າ 19 ມິຖຸນາ 2023

ສະຫະພັນບານເຕະອິນໂດເນເຊຍ ສ້າງດິວທີ່ສຸດຍອດໃຫ້ນັກກິລາ ແລະ ແຟນບານ ດ້ວຍການເຈລະຈາອຸ່ນເຄື່ອງທົດສອບທີມກັບແຊ້ມໂລກຄັ້ງຫລ້າສຸດ ທີມຊາດອາເຈນຕິນ້າ ຫລື ອາກຊັງຕິນ ໄດ້ສຳເລັດ.

ນີ້ເປັນຄັ້ງທຳອິດທີ່ທັງສອງທີມພົບກັນ ປັດຈຸບັນ ທີມຊາດອິນໂດເນເຊຍ ຢູ່ອັນດັບທີ 149 ຂອງໂລກ, ຂະນະທີ່ ທີມຊາດອາກຊັງຕິນ ຢູ່ອັນດັບ 1 ຂອງໂລກ, ການອຸ່ນເຄື່ອງຈະມີຂຶ້ນໃນໄລຍະຟີຟ້າເດ ວັນທີ 19 ມິຖຸນາ 2023 ທີ່ນະຄອນຫລວງຈາກາຕ້າ, ປະເທດອິນໂດເນເຊຍ.

Photo: ASEAN FOOTBALL

Leave a Reply

Your email address will not be published. Required fields are marked *