ນິວຄາສເຊິນ ຢູໄນເຕັດ ຄວ້າສິດໄປ ຢູຟ້າ ແຊ້ມປ້ຽນລີກ ຄັ້ງທຳອິດ ໃນຮອບ 20 ປີ

ສາລິກາດົງ ນິວຄາສເຊິນ ຢູໄນເຕັດ ທີມເກົ່າແກ່ໃນສັງວຽນ ພຣີເມ່ຍລີກ ຄວ້າສິດໄປ ຢູຟ້າ ແຊ້ມປ້ຽນລີກ ຄັ້ງທຳອິດ ໃນຮອບ 20 ປີ ພາຍຫລັງເປີດບ້ານສະເໝີກັບ ເລັສເຕີ ຊິຕີ້ ທີມໜີຕົກຊັ້ນ 0-0.

ນິວຄາສເຊິນ ມີ 70 ຄະແນນ ຈາກ 37 ນັດ ຫ່າງຈາກ ລີເວີພູລ ອັນດັບ 5: 4 ຄະແນນ ຫົງແດງ ເຫລືອການແຂ່ງຂັນພຽງນັດດຽວ ນັ້ນໝາຍວ່າ: ລະດູການນີ້ ນິວຄາສເຊິນ ຈົບລະດູການ ບໍ່ຫລຸດອັນດັບ 4 ແນ່ນອນ. ຂະນະທີ່ ຈິງຈອກສະຫຍາມ ເລັສເຕີ ຊິຕີ້ ຍັງຢູ່ພື້ນທີ່ຕົກຊັ້ນ ຫ່າງຈາກພື້ນທີ່ປອດໄພ 2 ຄະແນນ.

Photo: Newcastle United

Leave a Reply

Your email address will not be published. Required fields are marked *