ຄະດີພິກ! ຢູເວັນຕຸສ ຖືກຕັດ 10 ຄະແນນ ຂໍ້ຫາປົກປິດເຊື່ອງອຳຂໍ້ມູນຕົວເລກການເງິນ

ມ້າລາຍ ຢູເວັນຕຸສ ທີມດັງໃນ ເຊຣີອາ ອີຕາລີ ຖືກສານກິລາຂອງປະເທດຕັດສິນຕັດ ຢູເວ່ 10 ຄະແນນ ໃນລີກສູງສຸດລະດູການນີ້ ພາຍຫລັງຮື້ຟື້ນຄະດີປົກປິດເຊື່ອງອຳຂໍ້ມູນຕົວເລກການເງິນ ໃນການຈ່າຍຄ່າແຮງງານໃຫ້ນັກກິລາ ລວມທັງການຊື້-ຂາຍນັກເຕະຄືນໃໝ່ ແລະ ເຫັນວ່າ: ຢູເວ່ ມີຄວາມຜິດ.

ກ່ອນໜ້ານີ້ ຢູເວັນຕຸສ ຖືກຕັດ 15 ຄະແນນ ໃນເດືອນມັງກອນປີນີ້ ແຕ່ຊະນະການອຸທອນໃນເດືອນເມສາຕໍ່ມາ, ຢູເວ່ ກວດພົບຄວາມບໍ່ໂປ່ງໃສໃນການຈ່າຍຄ່າແຮງງານໃຫ້ນັກກິລາ ລວມທັງການຊື້-ຂາຍນັກເຕະ ໃນລະຫວ່າງປີ 2019-2021.

ສ່ວນຄະນະບໍລິຫານຂອງທີມ ເປັນຕົ້ນ: ພາເວວ ເນເວັດ ທີ່ຖືກລົງໂທດ 8 ເດືອນ ສານໄດ້ຕັດສິນໃຫ້ພົ້ນໂທດ ກັບ ຜູ້ບໍລິຫານທີມອີກ 6 ທ່ານ. ຂະນະທີ່ ອະດີດປະທານສະໂມສອນ ອັນເດຍ ອັກເນວລີ້ ແລະ ຄະນະບໍລິຫານອີກ 3 ທ່ານຍັງຄົງຖືກໂທດແບນໄລຍະຍາວ.

ຈາກຜົນລົງໂທດດັ່ງກ່າວ ເຮັດໃຫ້ ຢູເວ່ ຕົກຈາກອັນດັບ 2 ຫລົ່ນມາຢູ່ທີ 7 ມີ 59 ຄະແນນ ຈາກ 36 ນັດ ບໍ່ຢູ່ໃນພື້ນທີ່ບານເອີຣົບ, ຕາມຫລັງ ພື້ນທີ່ແຊ້ມປ້ຽນລີກ 5 ຄະແນນ, ຕາມຫລັງພື້ນທີ່ ຢູໂຣປ້າລີກ 2 ຄະແນນ ແລະ ຕາມຫລັງ ພື້ນທີ່ ຄອນເຟີເຣັນລີກ 1 ຄະແນນ. 2 ນັດສຸດທ້າຍຂອງ ຢູເວ່ ຈະເປີດບ້ານພົບກັບ ເອຊີ ມິລານ ແລະ ໄປຢາມ ອູດີເນເຊ່.

Photo: Juventus

Leave a Reply

Your email address will not be published. Required fields are marked *