ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຖະແຫລງຂ່າວກຽມສົ່ງຄະນະນັກກິລາເຂົ້າຮ່ວມ ອາຊຽນພາຣາເກມ ຫລື ກິລາຄົນພິການອາຊຽນ ຄັ້ງທີ 12 ທີ່ປະເທດກຳປູເຈຍ ຕັ້ງເປົ້າໝາຍສູ້ຊົນຍາດໃຫ້ໄດ້ 1 ຫຼຽນຄຳ
ການຖະແຫລງຂ່າວຈັດຂຶ້ນວັນທີ 22 ພຶດສະພາ 2023 ທີ່ຄະນະກຳມະການໂອແລມປິກແຫ່ງຊາດ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສືກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ພ້ອມດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງ, ຜູ້ໃຫ້ການສະໜັບສະໜູນ, ຄູຝຶກ, ນັກກິລາ ແລະ ສື່ມວນຊົນ.
ງານມະຫະກຳກິລາຄົນພິການອາຊຽນ ຄັ້ງນີ້ ສປປ ລາວ ຈະສົ່ງຄະນະນຳ, ຄູຝືກ-ຜູ້ຊ່ວຍຄູຝຶກ, ທີມແພດ-ນັກຂ່າວ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 89 ຄົນ ໃນນີ້ ນັກກິລາ 45 ຄົນ ຍິງ 21 ຄົນ ໃນ 7 ປະເພດກິລາຄື: ກິລາແລ່ນ-ລານ, ລອຍນ້ຳ, ຍົກນ້ຳໜັກ, ໂກນບານທີມຍິງ, ບັອດເຊຍ, ບານບ້ວງລໍ້ເລື່ອນທີມຍິງ ແລະ ກິລາບານເຕະຄົນພິການຕາ 5 ຄົນ, ຕັ້ງເປົ້າຈະສູ້ຊົນໃຫ້ໄດ້ 1 ຫລຽນຄຳ ໂດຍສະເພາະ ກິລາຍົກນໍ້າໜັກ ແລະ ບານເຕະຄົນພິການຕາ, ສ່ວນກິລາອື່ນພະຍາຍາມໃຫ້ຫລຽນລາງວັນຫລາຍກວ່າຄັ້ງຜ່ານມາ.
ຄະນະນັກກິລາຄົນພິການລາວຊຸດນີ້ ລັດຖະບານໄດ້ອະນຸມັດງົບປະມານ 4 ຕື້ກວ່າກີບ ໃນການກະກຽມຄວາມພ້ອມຮອບດ້ານ ເຊິ່ງໄດ້ທຳການເກັບຕົວຝຶກຊ້ອມມາແຕ່ຕົ້ນເດືອນມີນາປີນີ້ ປັດຈຸບັນແມ່ນມີຄວາມພ້ອມແລ້ວ ໂດຍຈະອອກເດີນທາງໃນວັນທີ 31 ພຶດສະພານີ້.
ງານມະຫະກຳກິລາຄົນພິການອາຊຽນ ຫລື ອາຊຽນພາຣາເກມ ຄັ້ງທີ 12 ທີ່ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ມີຊິງໄຊທັງໝົດ 12 ປະເພດກິລາຄື: ບັອກເຊຍ, ຍົກນໍ້າໜັກ, ເຕະບານພິການຕາ 5 ຄົນ, 7 ຄົນ, ໂກນບານ, ໝາກເສິກ, ແລ່ນ-ລານ, ດອກປີກໄກ່, ປິ່ງປ່ອງ, ບານບ້ວງ, ລອຍນໍ້າ, ບານສົ່ງ, ຢູໂດ້ ແລະ ອີສະປອດ (ເປັນກິລາສາທິດ) ຈະແຂ່ງຂັນໃນລະຫວ່າງວັນທີ 3-9 ມິຖຸນາ 2023.
ໂອກາດດັ່ງກ່າວ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍຄະນະຮັບຜິດຊອບທຸກພາກສ່ວນ ໃນການປຸກລະດົມຂົນຂວາຍນັກກິລາ ຕັ້ງໜ້າໃນການຝຶກຊ້ອມ ເຖິງວ່າຈະມີຂໍ້ຫຍຸ້ງຍາກຫລາຍຢ່າງ ແຕ່ດ້ວຍຄວາມຮັບຜິດຊອບສູງ ຄະນະນັກກິລາທຸກທ່ານ ກໍອົດທົນບຸກບືນຜ່ານຜ່າ ທຸ້ມເທເພື່ອຊາດ, ຮຽກຮ້ອງໃຫ້ຄະນະນັກກິລາທຸກທ່ານ ມີຄວາມຮອບຄອບໃນທຸກທ່ານ ຮັກສາລະບຽບວິໄນ ເອົາໃຈໃສ່ໃນການຝຶກຊ້ອມ, ສູ້ຊົນຍາດແຍ່ງຜົນງານໃຫ້ໄດ້ຕາມຄາດໝາຍ.
ສຳລັບຜົນງານການເຂົ້າຮ່ວມຄັ້ງຜ່ານມາ ຄັ້ງທີ 11 ທີ່ນະຄອນໂຊໂລ້ ປະເທດອິນໂດເນເຊຍ ຄະນະນັກກິລາຄົນພິການລາວ ຍາດມາໄດ້ 2 ຫລຽນເງິນ 7 ຫລຽນທອງ.