ດານິວ ແມັດເວເດັຟ ນັກເທັນນິສຊາວຣັດເຊຍ ເອົາຊະນະ ໂຮເກີ ຣູເນີ ດາວເດັ່ນຈາກດານມາກ 2-0 ເຊັດ: 7-5, 7-5 ຄວ້າແຊ້ມເທັນນິສ ມາສເຕີ 1000 ລາຍການ ອີຕາລ້ຽນ ໂອເພັນ 2023.
ນີ້ເປັນແຊ້ມລາຍການທີ 5 ໃນປີນີ້ ຂອງ ແມັດເວເດັຟ, ເປັນນັກເທັນນິສຊາຍຈາກຣັດເຊຍຄົນທຳອິດໄດ້ແຊ້ມລາຍການນີ້ ພ້ອມກັບເປັນແຊ້ມຂອດດິນລາຍການທຳອິດ ແລະ ເປັນແຊ້ມລາຍການທີ 20 ໃນອາຊີບ.
ຂະນະທີ່ ປະເພດຍິງດ່ຽວ ແຊ້ມເປັນຂອງ ເອເລນ້າ ໄຣບາກີນ້າ ຈາກຄາຊັກສະຖານ ຊະນະ ແອນເຮລີນ້າ ຄາລີນີນ້າ ຈາກອູແກຣນ ແບບບໍ່ຄົບເຊັດ, ເຊັດທີໜຶ່ງຊະນະ 6–4, ເຊັດທີສອງ ຫລັງນຳ 1–0 ເກມ, ຄາລີນີນ້າ ມີອາການາດເຈັບຂາຂໍຖອນຕົວ, ໄຣບາກີນ້າ ເປັນນັກເທັນນິສຍິງຈາກຄາຊັກສະຖານຄົນທຳອິດໄດ້ແຊ້ມລາຍການນີ້.
Photo: ATP Tour