ເຕະບານ ລີກອ໋ອງ ຝຣັ່ງ ນັດທີ 36 ໃນທ້າຍອາທິດຜ່ານມາ, ຄີລຽນ ເອັມບັບເປ້ ຍິງສອງປະຕູ ຊ່ວຍ ປາຣີ ແຊັງແຊກແມັງ ແຊ້ມເກົ່າ ບຸກຊະນະ ໂອແຊ 2-1 ກຽມນຳທີມສ້າງປະຫວັດສາດຄອງແຊ້ມສູງສຸດສະໄໝທີ 11. ຂະນະນີ້ ເປແອັດເຊ່ ມີ 84 ຄະແນນ ຈາກ 36 ນັດ ນຳອັນດັບ 2 ລ໋ອງ 6 ຄະແນນ ເຫລືອການແຂ່ງຂັນ 2 ນັດສຸດທ້າຍ ເຊິ່ງ ເປແອັດເຊ່ ໂອກາດເປັນແຊ້ມສູງ ເນື່ອງຈາກມີປະຕູໄດ້ເສຍຫລາຍກວ່າອັນດັບ 2 ເຖິງ 16 ໜ່ວຍ. 2 ນັດສຸດທ້າຍຂອງ ປາຣີ ແຊັງແຊກແມັງ ຈະໄປຢາມ ສະຕຣາສບວກ ແລະ ເປີດບ້ານພົບກັບ ເຄມ໋ອງ.
Photo: Ligue 1, PSG