ເຕະບານ ບຸນເດັສລີກ້າ ເຢຍລະມັນ ນັດທີ 33 ທ້າຍອາທິດຜ່ານມາ, ເສືອເຫລືອງ ໂບຣຸສເຊຍ ດັອດມຸນ ບຸກຊະນະ ເອົ້າບວກ 10 ຄົນ 3-0 ແຊງ ແຊ້ມເກົ່າ ເສືອໃຕ້ ບາເຢິນ ມິວນິກ ຂຶ້ນເປັນທີມນຳ, ໂດຍ ດັອດມຸນ ມີ 70 ຄະແນນ ຈາກ 33 ນັດ ນຳ ບາເຢິນ 2 ຄະແນນ, ເຫລືອການແຂ່ງຂັນພຽງນັດດຽວ, ຖ້າ ດັອດມຸນ ຊະນະນັດສຸດທ້າຍ ທີ່ຈະເປີດບ້ານພົບກັບ ມາຍຊ໌05 ໃນວັນທີ 27 ພຶດສະພານີ້ ຈະຄວ້າແຊ້ມລີກສູງສຸດໃນຮອບ 11 ປີ ທັນທີ, ສ່ວນ ບາເຢິນ ນັດສຸດທ້າຍ ຈະໄປຢາມ ໂຄໂລນ ໃນວັນດຽວກັນ.
Photo: Borussia Dortmund