ຣາຟາເອວ ກັບຄືນສັງວຽນ ລາວລີກ ຍິງ 5 ປະຕູ, ສ່ວນ ຊ້າງນ້ອຍ ສ້າງສະຖິຕິຊະນະ 8 ນັດລວດ!

ການແຂ່ງຂັນເຕະບານ ລາວລີກ 1 ປະຈຳປີ 2023 ນັດທຳອິດຂອງຮອບຂາກັບ ເຊິ່ງເປັນນັດທີ 8 ຂອງປີ, ຈຸດໜ້າສົນໃຈ ຣາຟາເອວ ໂຣດຣີເກັຊ ສູນໜ້າຊາວເບຣຊິນ ກັບມາສັງວຽນ ລາວລີກ 1 ອີກຄັ້ງກັບ ສັງກັດເກົ່າ ມາສເຕີ ເຊເວັນ ຍິງ 5 ປະຕູ ພາ ມາສເຕີ ເຊເວັນ ບຸກຖະຫລົ່ມ ຈຳປາສັກ 7-0.

ຂະນະທີ່ ຊ້າງນ້ອຍ ແຊ້ມເກົ່າ ຟອມຍັງດີຕໍ່ເນື່ອງ ບຸກຊະນະ ນໍ້າທາ ຢູໄນເຕັດ 3-0 ຄວ້າໄຊ 8 ນັດລວດ, ສ່ວນ ຫລວງພະບາງ ສະເໝີກັບ ກອງທັບ 2-2.

ຕາຕະລາງຄະແນນຂະນະນີ້ ຜ່ານ 8 ນັດ: ຊ້າງນ້ອຍ ເກັບ 24 ຄະແນນເຕັມ, ຮອງລົງມາ ມາສເຕີ ເຊເວັນ 16 ຄະແນນ, ເອສະຣາ 14 ຄະແນນ, ກອງທັບ 10 ຄະແນນ, ຫລວງພະບາງ ແລະ ວຽງຈັນ ມີ 7 ຄະແນນ, ນໍ້າທາ ແລະ ຈຳປາສັກ ມີ 5 ຄະແນນ.

ສຳລັບຕາຕະລາງການແຂ່ງຂັນ ນັດທີ 9 ໃນທ້າຍອາທິດນີ້, ວັນທີ 27 ພຶດສະພາ, ກອງທັບ ພົບ ເອສະຣາ ເວລາ 16:00 ທີ່ສະໜາມກິລາກອງທັບ ຫລັກ 5, ຊ້າງນ້ອຍ ພົບ ຈຳປາສັກ ເວລາ 16:00 ທີ່ສະໜາມກິລາແຫ່ງຊາດ ຫລັກ 16, ວັນທີ 28 ພຶດສະພາ ນໍ້າທາ ຢູໄນເຕັດ ພົບ ວຽງຈັນ ເວລາ 15:30 ທີ່ສະໜາມກິລາແຂວງຫລວງນໍ້າທາ ແລະ ຫລວງພະບາງ ພົບ ມາສເຕີ ເຊເວັນ ເວລາ 16:00 ທີ່ສະໜາມກິລາແຂວງຫລວງພະບາງ.

Photo: Lao League 1 ລາວລີກ 1

Leave a Reply

Your email address will not be published. Required fields are marked *