ລູຄັສ ມູຣ້າ ປີກ ແລະ ສູນໜ້າຊາວເບຣຊິນ ໄວ 30 ປີ ຢືນຢັນຈະອຳລາ ສະເປີ ຫລັງຈົບລະດູການນີ້ ພາຍຫລັງຢູ່ກັບທີມມາ 5 ປີ, ລະດູການນີ້ ມູຣ້າ ບໍ່ໄດ້ຮັບໂອກາດລົງສະໜາມເທົ່າທີ່ຄວນ ຍ້ອນມີອາການບາດເຈັບລົບກວນ ໄດ້ລົງຫລິ້ນພຽງ 17 ນັດ ເຮັດໃຫ້ຟອມຕົກຍິງປະຕູບໍ່ໄດ້ ແລະ ສັນຍາຈະໝົດລົງຫລັງຈົບລະດູການນີ້ ແລະ ຕົ້ນສັງກັດ ກັບ ມູຣ້າ ກໍເຈລະຈາກັນເຂົ້າໃຈ ແລະ ບໍ່ຂະຫຍາຍສັນຍາໃດໆ.
ຄວາມຊົງຈຳທີ່ສຸດປະທັບໃຈຂອງ ມູຣ້າ ກັບ ສະເປີ ຄືຍິງແຮັດທຣິກໃສ່ ອາແຈັກ ພາ ສະເປີ ເຂົ້າຊິງ ຢູຟ້າ ແຊ້ມປ້ຽນລີກ ຄັ້ງປະຫວັດສາດ ໃນປີ 2019. ມູຣ້າ ຍ້າຍຈາກ ປາຣີ ແຊັງແຊກແມັງ ລາຄາ 23 ລ້ານປອນ ໃນປີ 2018, ຕະຫລອດໄລຍະຢູ່ກັບ ສະເປີ ລົງຫລິ້ນ 219 ນັດ ຍິງໄດ້ 38 ປະຕູ.
Photo: Lucas Moura