ມາເບິ່ງ 13 ສະໂມສອນໃນໂລກທີ່ ແມນຊິຕີ້ ຊື້ມາບໍລິຫານ

ແມນເຊັສເຕີ ຊິຕີ້ ທີມມະຫາເສດຖີ ໃນເວທີ ພຣີເມ່ຍລີກ ອັງກິດ ເດີນໜ້າເຮັດທຸລະກິດດ້ານບານເຕະຢ່າງຕັ້ງໜ້າ ຫລ້າສຸດ ກຸ່ມບໍລິສັດ City Football Group ໃນເຄືອຂອງສະໂມສອນ ແມນຊິຕີ້ ໄດ້ຊື້ສະໂມສອນທີ 13 ມາບໍລິຫານຄື: ສະໂມສອນ ບາເຮຍ ທີມໃນລີກສູງສຸດຂອງປະເທດເບຣຊິນ.

ລາຍງານລະບຸວ່າ: ຊິຕີ້ ຊື້ຮຸ້ນສະໂມສອນ ບາເຮຍ 90% ແລະ ພ້ອມປັບປຸງພັດທະນາທີມໃຫ້ກັບມາແຂງແກ່ນ ເປັນທີມລະດັບແຖວໜ້າຂອງເບຣຊິນ, ບາເຮຍ ສ້າງຕັ້ງສະໂມສອນຂຶ້ນ ວັນທີ 1 ມັງກອນ ປີ 1931 ເຄື່ອນໄຫວໃນວົງການບານເຕະແຊມບ້າມາ 92 ປີ ເຄີຍເປັນແຊ້ມລີກສູງສຸດ ສະໄໝ ປີ 1959 ແລະ 1988 ຜົນງານໃນລີກສູງສຸດນັບຕັ້ງແຕ່ປີ 2001 ຈົບອັນດັບບໍ່ສູງກວ່າທີ 8 ດັ່ງນັ້ນ ຈຶ່ງເປັນສິ່ງທີ່ທ້າທາຍສົມຄວນ ກັບການເຂົ້າມາບໍລິຫານໃໝ່ຂອງ ກຸ່ມບໍລິສັດ City Football Group ເພື່ອສູ້ຊົນພາທີມຂຶ້ນໄປສູ່ລະດັບແຖວໜ້າຂອງປະເທດ.

ສະໂມສອນ ບາເຮຍ ເປັນສະໂມສອນທີ 3 ໃນຂົງເຂດອາເມຣິກາໃຕ້ ທີ່ City Football Group ຊື້ມາບໍລິຫານ ຕໍ່ຈາກສະໂມສອນ Montevideo City Torque ໃນລີກອູຣູໄກວ ແລະ ສະໂມສອນ Bolivar ໃນລີກໂບລີວີ້.

ສ່ວນ 11 ສະໂມສອນ ນອກຈາກ ແມນເຊັສເຕີ ຊິຕີ້ ທີ່ ຊິຕີ້ ຊື້ມາບໍລິຫານປະກອບມີ: New York City FC ທີມໃນເມເຈີລີກຊັອກເກີຂອງສະຫະລັດອາເມຣິກາ, Melbourne City FC ແຊ້ມລີກສູງສຸດຂອງອົດສະຕຣາລີ 3 ລະດູການຫລັງສຸດ, Yokohama F. Marinos ແຊ້ມລີກສູງສຸດຂອງຍີ່ປຸ່ນປີຜ່ານມາ, Montevideo City Torque ທີມໃນລີກສູງສຸດຂອງອູຣູໄກວ, Girona ໃນລາລີກ້າ ແອັສປາຍ, Sichuan Jiuniu ໃນລີກອັນດັບສອງຂອງຈີນ, Mumbai City FC ແຊ້ມລີກສູງສຸດຂອງອິນເດຍ, Lommel ໃນລີກອັນດັບສອງຂອງແບນຊິກ, Troyes ໃນລີກອ໋ອງຝຣັ່ງ, Palermo F.C. ໃນເຊຣີບີ ລີກອັນດັບສອງຂອງອີຕາລີ.

Photo: Manchester City

Leave a Reply

Your email address will not be published. Required fields are marked *