ນາດາວ ຍັງເຈັບແອວ ຖອນຕົວປ້ອງກັນແຊ້ມ ເຟັນ ໂອເພັນ 2023 ແລະ ວາງແຜນຈະອຳລາອາຊີບໃນປີ 2024

ຣາຟາເອວ ນາດາວ ນັກເທັນນິສຊາວແອັສປາຍ ໄວ 36 ປີ ແຊ້ມແກຣນສະແລມສູງສຸດ 22 ສະໄໝ ຂໍຖອນຕົວປ້ອງກັນແຊ້ມແກຣນສະແລມທີສອງຂອງປີ ເຟັນ ໂອເພັນ 2023 ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ໃນທ້າຍເດືອນພຶດສະພາຫາຕົ້ນເດືອນມິຖນາປີນີ້ ເນື່ອງຈາກຍັງເຈັບແອວຊໍ້າເຮື້ອມາຕັ້ງແຕ່ຕົກຮອບທີສອງ ແກຣນສະແລມທຳອິດຂອງປີ Australian Open ໃນເດືອນມັງກອນຜ່ານມາ.

ເບື້ອງຕົ້ນ ແພດ ຄາດວ່າ: ນາດາວ ອາດຈະກັບມາແຂ່ງຂັນອີກຄັ້ງໃນເດືອນມີນາປີນີ້ ແຕ່ພາຍຫລັງ ສະແກນ MRI ນາດາວ ຕ້ອງໄດ້ພັກຮັກສາອາການບາດເຈັບຕໍ່ໄປ ອົດປ້ອງກັນແຊ້ມ French Open ປີນີ້ ເຊິ່ງ ນາດາວ ເປັນເປັນເຈົ້າຂອງສະຖິຕິໄດ້ແຊ້ມລາຍການນີ້ສູງສຸດ 14 ສະໄໝ.

ຂະນະນີ້ ນາດາວ ຄອງສະຖິຕິແຊ້ມແກຮນສະແລມສູງສຸດ 22 ສະໄໝ ຮ່ວມກັບ ໂນວັກ ໂຢໂຄວິກ ໄດ້ແຊ້ມລະດັບ ເອທີພີ 70 ລາຍການ ຄອງບັນລັງມື 1 ຂອງໂລກ 209 ອາທິດ, ເປັນລາຊາຂອດດິນ ໃນສັງວຽນ ເຟັນ ໂອເພັນ ຊະນະ 112 ຄັ້ງ ຈາກ 115 ນັດ.

ສຳລັບ ເທັນນິສ ເຟັນ ໂອເພັນ 2023 ຈະແຂ່ງຂັນໃນລະຫວ່າງວັນທີ 28 ພຶດສະພາ – 11 ມິຖຸນາ 2023.

Leave a Reply

Your email address will not be published. Required fields are marked *